ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນໍາກະຊວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ແນວທາງ-ນະໂຍບາຍຂອງພັກ, ຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາກົດ ໝາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງລັດ ໃນແຕ່ລະໄລຍະດ້ວຍຫລາຍຮູບການ ເຮັດໃຫ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ:
1. ວຽກງານວັດທະນະທໍາ: ໄດ້ຊຸກຍູ້ທ້ອງຖິ່ນສ້າງຄອບຄົວວັດທະນະທໍາໄດ້ 20,861 ຄອບຄົວເທົ່າກັບ 80.23% ຂອງແຜນການປີ (ມະຕິສະພາ 26,000 ຄອບຄົວ); ສ້າງບ້ານວັດທະນະທໍາ 134 ບ້ານເທົ່າກັບ 89.33% ຂອງແຜນປີ (ມະຕິສະພາແຫ່ງຊາດ 150 ບ້ານ); ສ້າງບ້ານວັດທະນະທໍາຕົວແບບໄດ້ 1 ບ້ານໃນທົ່ວປະເທດ (ມະຕິສະພາ 2 ບ້ານ) ສາມາດປະຕິບັດໄດ້ 50%;
2. ວຽກງານທ່ອງທ່ຽວ: ໃນປີ 2025 ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຖິງ 4,580,709 ເທື່ອຄົນ ຫລື ລື່ນຄາດໝາຍ 5% (ຄາດໝາຍ: 4.36 ລ້ານເທື່ອຄົນ) ແລະ ນັກທ່ອງທ່ຽວພາຍໃນໄດ້ 4,617,987 ເທື່ອຄົນ ຫລື ລື່ນຄາດໝາຍ 87% (ຄາດໝາຍ 2.46 ລ້ານເທື່ອຄົນ),
– ໄດ້ສໍາເລັດການສໍາຫລວດ-ກໍານົດຂອບເຂດດິນແຫລ່ງທ່ອງທ່ຽວຈໍານວນ 8 ແຫ່ງ ເທົ່າກັບ 266% ຂອງແຜນການ (ຄາດໝາຍ: 3 ແຫ່ງ) ຄື: ແຂວງບໍລິຄໍາໄຊ 2 ແຫ່ງ, ຄຳມ່ວນ 1 ແຫ່ງ, ອັດຕະປື 1 ແຫ່ງ, ວຽງຈັນ 1 ແຫ່ງ ແລະ ແຂວງຊຽງຂວາງ 3 ແຫ່ງ.






