ມາເລເຊຍ ຮ່ວມມືກັບ ທະນາຄານໂລກ ພັດທະນາ ໂຄງການພະລັງງານໝູນວຽນ ມູນຄ່າ6 ຕື້ໂດລາ ໃນລັດຍະໂຮຣ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ສຳນັກຂ່າວ ອິນໂຟເຄວສ ລາຍງານ ເມື່ອບໍ່ດົນມານີ້, ທະນາຄານໂລກ ໄດ້ລົງນາມການຮ່ວມມື ກັບ ມາເລເຊຍ ເພື່ອພັດທະນາ ໂຄງການ ລະບຽງ ພະລັງງານ ໝູນວຽນ ຍະໂຮຣພາກໃຕ້ (Southern Johor Renewable Energy Corridor-SJREC) ຢູ່ໃນລັດຍະໂຮຣ ດ້ວຍມູນຄ່າລວມ 6 ຕື້ໂດລາສະຫະລັດ.

ຂໍ້ຕົກົລງດັ່ງກ່າວ ໄດ້ລົງນາມ ລະຫວ່າງ ບັນດາ ບໍລິສັດເງິນລົງທຶນ ລະຫວ່າງ ປະເທດ (IFC) ຊຶ່ງເປັນໜ່ວຍງານພາກເອກະຊົນ ຂອງ ທະນາຄານໂລກ; ເປີຣໂມດາລັນ ດາຣຸລ ຕະຊີມ(Permodalan Darul Ta’zim) ໜ່ວຍງານ ດ້ານການລົງທຶນ ເຊິງກົນຍຸດທະ ຂອງ ລັດຍະໂຮຣ ແລະ ບໍລິສັດດິໂທຣລິກ ເອເນີຣຈີ (Ditrolic Energy) ຜູ້ປະກອບການດ້ານພະລັງງານ ແບບຄົບວົງຈອນ.

ທັງ 3 ໜ່ວຍງານ ໄດ້ລະບຸໃນຖະແຫລງການວ່າ : ໂຄງການໂຊນ ໄຮບຣິດພະລັງງານ ແສງຕາເວັນ ແລະ ລະບົບກັກເກັບພະລັງງານ ດ້ວຍເນື້ອທີ່ 2.000 ຕາລາງກິໂລແມັດ ໃນລັດຍະໂຮຣ ໂດນມີເປົ້າໝາຍ ເພື່ອຈັດຫາພະລັງງານໄຟຟ້າສະອາດ ສຳລັບ ຮອງຮັບ ການພັດທະນາ ອຸດສາຫະກຳ ຂອງ ລັດ ແລະ ສະໜັບສະໜູນ ໂຄງການ ເຊື່ອມໂຍງເຄືອຂ່າຍ ໄຟຟ້າອາຊຽນ ຜ່ານການຊື້-ຂາຍ ໄຟຟ້າ ຂ້າມຊາຍແດນ.

ໜັງສືຮ່ວມມື ຊຶ່ງລົງນາມ ຄຽງຄູ່ກັບ ການເປີດຕົວນະໂຍບາຍ ພະລັງງານ ໝູນວຽນ ລັດຍະໂຮຣປີ 2030 ໄດ້ລະບຸກອບການເຮັດວຽກ ຮ່ວມກັນ ຄວບຄຸມການພັດທະນາໂຄງການ ເຊື່ອມໂຍງ ເຄືອຂ່າຍໄຟຟ້າ ອາຊຽນ ຜ່ານການຊື້ຂາຍໄຟຟ້າຂ້າມຊາຍແດນ./

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ