14.2 C
Laos
ວັນພະຫັດ,ມັງກອນ,29

ລັດຖະບານ ” ໂດນັນ ທຣຳ “ບັນລຸຂໍ້ຕົກລົງ ການຍົກເລິກພາສີນໍາເຂົ້າ ບາງສ່ວນ ຈາກ 4 ປະເທດ

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ສຳນັກຂ່າວ ອິນໂຟເຄວສ ລາຍງານ ທຳນຽບຂາວເປີດເຜີຍວ່າ ລັດຖະບານ ຂອງ ປະທານາທິບໍດີ ໂດນັນ ທຣຳຂອງ ສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ການຄ້າ ທະວີພາຄີ ກັບ ອາກຊັງຕິນ , ກົວເຕມາລາ, ແອນຊານວາດໍ ແລະ ເອກວາດໍ. ຕາມຂໍ້ຕົກລົງດັ່ງກ່າວ ສ.ອາເມລິກາ ຈະຍົກເລີກ ມາດຕະການ ພາສີ ຕອບໂຕ້ ສິນຄ້າບາງປະເພດ ທີ່ບໍ່ສາມາດເພາະປູກ, ເຄື່ອງປ່າຂອງດົງ ຫລື ການຜະລິດໄດ້ ຕາມທຳມະຊາດ ໃນສ.ອາເມລິກາ. ຂະນະທີ່ ທັງ 4 ປະເທດ ໄດ້ຕົກລົງທີ່ຈະໃຫ້ ຄວາມຮ່ວມມືກັບ ສ.ອາເມລິກາ ຫລື ເປີດຕະຫລາດ ໃນຫລາຍດ້ານ.

ຕາມຂໍ້ຕົກລົງ ດັ່ງກ່າວ ຍັງລະບຸອີກວ່າ ສ.ອາເມລິກາ ຈະຍົກເລີກພາສີ ການຕອບໂຕ້ ສຳລັບ ສິນຄ້າປະເພດ ເສື້ອຜ້າ ແລະ ແຜ່ນແພ ຈາກກົວເຕມາລາ ແລະ ແອນຊານວາດໍ. ຢ່າງໃດກໍ່ຕາມ ສ.ອາເມລິກາ ຍັງສືບຕໍ່ຮັກສາ ອັດຕາພາສີ ນຳເຂົ້າ ສິນຄ້າ ສ່ວນໃຫຍ່ ຈາກ ອາກຊັງຕິນ, ກົວເຕມາລາ ແລະ ແອນຊານວາດໍ ໄວ້ທີ 10% ແລະ ສິນຄ້າສ່ວນໃຫຍ່ຈາກ ເອກວາດໍ ໄວ້ທີ 15% .

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ