ນະຄອນຫຼວງວຽງຈັນ, ວັນທີ 26 ກັນຍາ 2025 – ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາວ ໄດ້ອອກແຈ້ງການເຕືອນໄພພາຍຸເຂດຮ້ອນ ບົວລອຍ ພັດເຂົ້າໃກ້, ຄາດຄະເນວ່າຈະມີຝົນຕົກໃນລະດັບໜັກ ສ່ຽງໄພນ້ຳຖ້ວມ ແລະ ດິນເຈື່ອນໃນທົ່ວປະເທດ.
ຄາດຄະເນວ່າ ພາຍຸເຂດຮ້ອນ ບົວລອຍ ຈະພັດເຂົ້າປະເທດລາວ ແຕ່ວັນທີ 28 ຫາ 30 ກັນຍານີ້ 2025.
ຄາດວ່າຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຂອງປະເທດລາວ, ເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ແຮງ ຢູ່ທົ່ວປະເທດ, ພ້ອມນີ້ບາງທ້ອງຖິ່ນຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະນີ້.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ອອກແຈ້ງເຕືອນກ່ຽວກັບຄວາມສ່ຽງທີ່ຈະເກີດນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນໃນໄລຍະນີ້, ຮຽກຮ້ອງໃຫ້ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຈົ່ງມີສະຕິລະວັງຕົວ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກທີ່ອາດຈະຕົກໜັກຕິດຕໍ່ກັນຫຼາຍວັນ ເຊິ່ງອາດຈະເຮັດໃຫ້ເກີດອັນຕະລາຍໄດ້.