ຕາມລາຍງານ ກົມພາສີ ຫວຽດນາມ, ຄາດວ່າ ການສົ່ງອອກເຂົ້າ ໃນປີນີ້ ຈະຫລຸດລົງປະມານ 11,5% ລວມມີ 8 ລ້ານໂຕນ, ໂດຍສະເພາະ, ການສົ່ງອອກ ໄປຍັງ ຟີລິບປິນ ຊຶ່ງເປັນ ຕະຫລາດ ໃຫຍ່ທີ່ສຸດຂອງປະເທດ ຫລຸດລົງ ຢ່າງຫລວງຫລາຍ.
ຫວຽດນາມ ເປັນປະເທດ ສົ່ງອອກເຂົ້າ ຈັດເປັນ ອັນດັບ 3 ຂອງໂລກ ຖັດຈາກ ອິນເດຍ ແລະ ໄທ. ໃນນັ້ນ ຕະຫລາດສຳຄັນ ຂອງ ຫວຽດນາມ ໄດ້ແກ່ ຟີລິບປິນ, ອິນໂດເນເຊຍ ແລະ ທະວີບອາຟຣິກາ. ໃນໄລຍະ 10 ເດືອນ ຕົ້ນປີ 2025,
ຫວຽດນາມ ສົ່ງອອກເຂົ້າ ໄປຍັງ ຟີລິບປິນ ລວມມີ 2,96 ລ້ານໂຕນ ຫລຸດລົງ 18,5% ເມື່ອທຽບກັບ ໄລຍະດຽວກັນຂອງປີ 2024. ການສົ່ງອອກເຂົ້າ ໄປຍັງ ຟີລິບປິນ ຕ້ອງຢຸດຈຶ້ງ ຫລັງຈາກ ລັດຖະບານ ຟີລິບປິນ ໄດ້ອອກມາດຕະການ ຫ້າມນຳເຂົ້າ ເຂົ້າຕັ້ງແຕ່ເດືອນກັນຍາ ເພື່ອປົກປ້ອງ ຊາວກະສິກອນ ພາຍໃນ ປະເທດ, ໂດຍມາດຕະການນີ້ ມີຜົນບັງໃຊ້ຈົນເຖິງ ທ້າຍປີນີ້ 2025.




