ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ແລະ ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ບັນລຸຂໍ້ຕົກລົງທາງການຄ້າໃນວັນທີ 19 ກຸມພາ ໂດຍອາເມລິກາໄດ້ຕົກລົງຈະຫລຸດອັດຕາພາສີນໍາເຂົ້າສໍາລັບສິນຄ້າຈາກອິນໂດເນເຊຍລົງເຫລືອ 19% ຈາກເຄີຍຂູ່ວ່າຈະເກັບໃນອັດຕາ 32%. ຂະນະດຽວກັນ ອິນໂດເນເຊຍຈະຍົກເລີກກໍາແພງພາສີ ແລະ ຄ່າທໍານຽມສໍາລັບສິນຄ້ານໍາເຂົ້າຈາກອາເມລິກາຫລາຍກວ່າ 99%.
ອາເມລິກາຍອມຮັບຂໍ້ສະເໜີເລື່ອງເງື່ອນໄຂພາສີຂອງອິນໂດເນເຊຍເຖິງ 90% ຂອງລາຍລະອຽດ ໂດຍອິນໂດເນເຊຍຈະໄດ້ຮັບການຍົກເວັ້ນພາສີສໍາລັບສິນຄ້າ 1,700 ກວ່າລາຍການ ເຊິ່ງລວມທັງສິນຄ້າສົ່ງອອກສໍາຄັນອັນດັບຕົ້ນໆເຊັ່ນ: ນໍ້າມັນປາມ, ກາເຟ, ເຄື່ອງເທດ, ຊັອກໂກແລັດ, ຢາງທໍາມະຊາດ ຕະຫລອດຮອດສິນຄ້າຕັດຫຍິບ ແລະ ເຄື່ອງນຸ່ງຫົ່ມ.
ຂໍ້ຕົກລົງນີ້ຕັ້ງເປົ້າຈະຊ່ວຍຫລຸດການຂາດດຸນການຄ້າຂອງອາເມລິກາ ເຊິ່ງອິນໂດເນເຊຍໄດ້ປຽບດຸນການຄ້າປະມານ 16,000 ລ້ານໂດລາ ໂດຍອິນໂດເນເຊຍຈະອໍານວຍຄວາມສະດວກໃນການຈັດຊື້ສິນຄ້າຈາກອາເມລິກາມູນຄ່າປະມານ 33,000 ລ້ານໂດລາສະຫະລັດ ປະກອບມີການນໍາເຂົ້າພະລັງງານມູນຄ່າ 15,000 ລ້ານໂດລ, ເຮືອບິນການຄ້າ 13,500 ລ້ານໂດລາ ແລະ ສິນຄ້າກະສິກໍາອີກ 4,500 ລ້ານໂດລາ.
ອີກທັງເພື່ອເປັນການແລກປ່ຽນ ອິນໂດເນເຊຍຕົກລົງຈະຍອມຮັບມາດຕະຖານຂອງອາເມລິກາໃນດ້ານຄວາມປອດໄພຂອງລົດ, ການປ່ອຍມົນລະພິດ, ອຸປະກອນການແພດ ແລະ ການຢາ ລວມທັງອິນໂດເນເຊຍຈະປະຕິຮູບຂະບວນການກວດສອບກ່ອນການຈັດສົ່ງສິນຄ້າ (Pre-Shipment Inspection) ແລະ ຍົກເລີກພາສີ ລວມທັງຄ່າທໍານຽມສໍາລັບບໍລິການດິຈີຕອນ.
ທີ່ມາ : ລາວ ພັດທະນາ






