ນິວເດລີ — ອິນເດຍ ແລະ ການາດາ ໄດ້ເຊັນສັນຍາໄລຍະຍາວມູນຄ່າ 1.9 ຕື້ໂດລາ ສຳລັບການສະໜອງຢູເຣນຽມ ເພື່ອຂະຫຍາຍໂຄງການພະລັງງານນິວເຄຼຍຂອງອິນເດຍ.
ຂໍ້ຕົກລົງສຳຄັນໄດ້ຖືກລົງນາມໂດຍມີນາຍົກລັດຖະມົນຕີການາດາ ທ່ານ Mark Carney ແລະ ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi. ໃນຂະທີ່ທ່ານ Carney ກຳລັງເດີນທາງຢ້ຽມຢາມຢ່າງເປັນທາງການເປັນເວລາສີ່ມື້ ໃນນິວເດລີ .
ຂໍ້ຕົກລົງສະໜອງຢູເຣນຽມຈະປະກອບສ່ວນເຂົ້າໃນວິໄສທັດຂອງອິນເດຍ ສຳລັບໂຄງການພະລັງງານນິວເຄຼຍ ພາຍໃຕ້ໂຄງການ “Viksit Bharat” (ອິນເດຍທີ່ພັດທະນາແລ້ວ) ທີ່ມີຄວາມທະເຍີທະຍານຂອງລັດຖະບານກາງ ແລະ ຍັງບັນລຸພະລັງງານນິວເຄຼຍ 100 GW ພາຍໃນປີ 2047, ແຫຼ່ງຂໍ້ມູນທີ່ຄຸ້ນເຄີຍກັບຂໍ້ຕົກລົງກ່າວ.
“ຂໍ້ຕົກລົງສະໜອງຢູເຣນຽມຈະປະກອບສ່ວນເຂົ້າໃນການຜະລິດພະລັງງານນິວເຄຼຍພົນລະເຮືອນຂອງອິນເດຍ, ເປົ້າໝາຍການຫັນປ່ຽນພະລັງງານສະອາດ, ແລະ ຄວາມໝັ້ນຄົງດ້ານພະລັງງານໄລຍະຍາວ.”
ນອກຈາກນັ້ນ, ທັງສອງປະເທດຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ທີ່ສຳຄັນອື່ນໆ ໃນຫຼາຍໆດ້ານ ເຊັ່ນ : ພະລັງງານທົດແທນ, ແຮ່ທາດທີ່ສຳຄັນ, ແລະ ການສຶກສາ ແລະ ການຄົ້ນຄວ້າດ້ານວິຊາການ. ແລະ ບົດບັນທຶກຄວາມເຂົ້າໃຈສາມຝ່າຍລະຫວ່າງອິນເດຍ, ການາດາ ແລະ ອົດສະຕຣາລີ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກໍາກໍໄດ້ຖືກສະຫຼຸບແລ້ວ.
ໃນໂອກາດນີ້, ທັງສອງຝ່າຍຍັງໄດ້ສຳເລັດເງື່ອນໄຂການອ້າງອີງສຳລັບການເປີດການເຈລະຈາໄປສູ່ຂໍ້ຕົກລົງຄູ່ຮ່ວມມືເສດຖະກິດທີ່ສົມບູນແບບ (CEPA) ທີ່ມີຄວາມທະເຍີທະຍານ ແລະ ເປັນປະໂຫຍດຮ່ວມກັນ.
“ເມື່ອສຳເລັດແລ້ວ, CEPA ຈະເສີມສ້າງການພົວພັນທາງເສດຖະກິດລະຫວ່າງອິນເດຍ ແລະ ການາດາຢ່າງຫຼວງຫຼາຍ ແລະ ເລັ່ງຄວາມຄືບໜ້າໄປສູ່ການບັນລຸເປົ້າໝາຍການຄ້າສອງຝ່າຍທີ່ 50 ຕື້ໂດລາສະຫະລັດ ພາຍໃນປີ 2030,” ຖະແຫຼງການຜົນໄດ້ຮັບທີ່ອອກໂດຍກະຊວງການຕ່າງປະເທດຂອງອິນເດຍ.






