17.4 C
Laos
ວັນພະຫັດ,ມັງກອນ,29

ອົດສະຕຣາລີ ຈະໃຫ້ປະຊາຊົນ ໃຊ້ໄຟຟ້າພະລັງງານ ແສງຕາເວັນ ຟຣີ

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ສຳນັກຂ່າວ ອິນໂຟເຄວສ ລາຍງານ , ທ່ານ ຄຣີສ ໂບເວນ ລັດຖະມົນຕີ ກະຊວງ ພະລັງງານ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ກຽມສະເໜີແຜນໃຫ້ ຄົວເຮືອນ ຫລາຍລ້ານຫລັງຄາ ທົ່ວປະເທດ ສາມາດໃຊ້ ໄຟຟ້າ ຈາກ ພະລັງງານ ແສງຕາເວັນໄດ້ ໂດຍບໍ່ເສຍຄ່າ ເປັນເວລາ 3 ຊົ່ວໂມງຕໍ່ວັນ ເພື່ອດຶງດູດ ໃຫ້ປະຊາຊົນ ຫັນມາໃຊ້ ໄຟຟ້າ ໃນໄລຍະ ທີ່ຜະລິດ ໄຟຟ້າ ຈາກ ໂຊລາຣເຊລ ຢູ່ລະດັບສູງສຸດ ແລະ ເພື່ອສ້າງ ສະຖຽນ ລະພາບ ໃຫ້ກັບລະບົົບໄຟຟ້າຂອງປະເທດ, ໂດຍຄາດວ່າ ໂຄງການດັ່ງກ່າວ ຈະເລີ່ມມີ ຜົນບັງຄັບໃຊ້ ໃນປີ 2026.

ໂຄງການດັ່ງກ່າວ ມີຊື່ວ່າ: ໂຊລາຣແຊເຣີຣ (Solar Sharer) ເພື່ອຈະເປີດ ໂອກາດ ໃຫ້ຄົວເຮືອນ ດ້ວຍທຸກຮູບແບບ ສາມາດ ເຂົ້າຮ່ວມໄດ້ ບໍ່ວ່າຈະເປັນ ເຈົ້າຂອງເຮືອນ ຫລື ຜູ້ເຊົ່າ. ເຖິງແມ່ນວ່າ ຈະບໍ່ໄດ້ຕິດຕັ້ງ ແຝງໂຊລາຣເຊລເທິງຫລັງຄາຂອງຕົນກໍ່ຕາມ ໂດຍຈະເລີ່ມນໍາຮ່ອງ ໃນລັດນີວເຊົາເວສ, ລັດເຊົາເລຍ ແລະ ພື້ນທີ່ຕາເວັນອອກສຽງໃຕ້ ຂອງລັດຄວິນແລນ ກ່ອນຈະຂະຫຍາຍ ໄປຍັງ ພື້ນທີ່ອື່ນໆ ທົ່ວປະເທດໃນອະນາຄົດ./

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ