UOB ຕາມບົດລາຍງານ ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ປັດຈຸບັນ ໄດ້ລື່ນກາຍ ຄາດຫວັງ, ໂດຍບໍ່ຫົວຊາ ຕໍ່ຄວາມສ່ຽງ ຈາກນະໂຍບາຍ ພາສີ ຂອງ ສ.ອາເມລິກາ.
ດ້ວຍລະດັບເຕີບໂຕ 7,85% ໃນ 3 ໄຕມາດທຳອິດ ຂອງປີ 2025, ແງ່ຫວັງ ຂອງທັງປີ ຍັງຕັ້ງໜ້າຢູ່. ສະນັ້ນ, UOB ໄດ້ດັດປັບ ການຄາດຄະເນ ການເຕີບໂຕຂອງ ສສ ຫວຽດນາມ ຈາກລະດັບ 7,5% ກ່ອນໜ້ານັ້ນ ຂຶ້ນເປັນ 7,7%.
ດ້ານອື່ນໆ,UOB ກໍ່ຄາດຄະເນວ່າ ທ້າຍປີ, ສສ ຫວຽດນາມ ຈະປະສົບກັບ ສິ່ງທ້າທາຍ ຫລາຍຢ່າງ ໃນສະພາບ ຄວາມເຄັ່ງຕຶງ ດ້ານການຄ້າ ແລະ ພາສີອາກອນ, ສະນັ້ນ, UOB ຍັງຮັກສາລະດັບ ການຄາດຄະເນ ການເຕີບໂຕ ໃນໄຕມາດທີ 4 ປີ 2025 ຂອງ ສສ ຫວຽດນາມ ຢູ່ລະດັບ 7,2%




