ແຂວງເຊກອງ ປະຊາຊົນ ໄດ້ຊົມໃຊ້ໄຟຟ້າໃນລະບົບຖາວອນແລ້ວ 94,72% ໃນປີ 2025

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ເຊກອງ ປັດຈຸບັນ, ທົ່ວແຂວງມີຄວາມຍາວ ຂອງຕາຂ່າຍໄຟຟ້າ 22 ກິໂລໂວນ 1.045,05 ກິໂລແມັດຕໍ່ວົງຈອນ; ຕາຂ່າຍ 0,4 ກິໂລໂວນ 432,13 ກິໂລແມັດຕໍ່ວົງຈອນ; ຕາຂ່າຍ 0,23 ກິໂລໂວນ 1,65 ກິໂລແມັດຕໍ່ວົງຈອນ; ມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 167 ບ້ານ ກວມເອົາ 82,27% ແລະ ຫລັງຄາເຮືອນທີ່ຊົມໃຊ້ໄຟຟ້າໃນລະບົບຖາວອນ 21.274 ຫລັງຄາເຮືອນ ກວມເອົາ 94,72%.

ອີງຕາມບົດສະຫລຸບການພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງແຂວງເຊກອງ ໃຫ້ຮູ້ວ່າ: ເຊກອງ ມີແຫລ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 4 ແຫ່ງ, ມີກໍາລັງຕິດຕັ້ງ 486 ເມກາວັດ.

ໃນປີ 2025 ຜ່ານມາ, ສາມາດຜະລິດໄຟໄດ້ 2,61 ລ້ານກວ່າກິໂລວັດໂມງ ໃນນີ້, ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ມີກໍາລັງຕິດຕັ້ງ 88 ເມກາວັດ, ສາມາດຜະລິດພະລັງ ງານໄຟຟ້າໄດ້ 474,83 ລ້ານກິໂລວັດໂມງ; ເຂື່ອນຫ້ວຍລໍາພັນຕອນລຸ່ມ ມີກໍາລັງຕິດຕັ້ງ 15 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 54,29 ລ້ານກິໂລວັດໂມງ; ເຂື່ອນເຊກະໝານ 3 ມີກໍາລັງຕິດຕັ້ງ 250 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 1.475,02 ລ້ານກິໂລວັດໂມງ ແລະ ເຂື່ອນໄຟຟ້ານໍ້າອີ່ມູນ ມີກໍາລັງຕິດຕັ້ງ 133 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ 608,15 ລ້ານກິໂລວັດໂມງ.

ຂໍ້ມູນຍັງໃຫ້ຮູ້ຕື່ມວ່າໃນປີ 2026 ແຂວງເຊກອງ ຈະສຸມໃສ່ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ສຸມທຶນຮອນເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດ ຂອງປະຊາຊົນ; ສືບຕໍ່ຊຸກຍູ້ບັນດາຂະແໜງການຕ່າງໆ ກໍຄື ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ບູລະນະສ້ອມແປງ-ປ່ຽນຖ່າຍອຸປະກອນໄຟຟ້າທີ່ເສື່ອມຄຸນນະພາບ, ຂະຫຍາຍຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ ຕາຂ່າຍໄຟຟ້າ 0,4 ກິໂລໂວນ ລົງສູ່ເຂດຊົນນະບົດຫ່າງໄກສອກຫລີກ ກໍຄື ບ້ານທີ່ມີເງື່ອນໄຂ ເພື່ອສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ