ຕາມລາຍງານ ກະຊວງ ປ້ອງກັນປະເທດ ກຳປູເຈຍ ໄຫ້ຮູ້ວ່າ ເມື່ອ ວັນທີ 27 ມັງກອນທີ່ຜ່ານມາ , ກອງປະຊຸມ ກອງເລຂາ ຄະນະກຳມະການ ຊາຍແດນ ກຳປູເຈຍ-ໄທ ໄດ້ຈັດຂຶ້ນ ຢູ່ດ່ານປອຍເປດແຂວງບັນເຕມີໄຊ ຂອງ ກຳປູເຈຍ .
ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ເນື້ອໃນ ຂອງກອງປະຊຸມພິເສດຂອງ ຄະນະ ກຳມະການ ຊາຍແດນ ໄທ -ກຳປູເຈຍ ທີ່ ຈະຈັດຂຶ້ນ ໃນວັນທີ 29 ມັງກອນນີ້ ແລະ ແລກປ່ຽນເອກະສານ ທີ່ກ່ຽວຂ້ອງ.
ກະຊວງ ປ້ອງກັນປະເທດ ກຳປູເຈຍ ຢືນຢັນວ່າ, ກອງປະຊຸມ ໃນຄັ້ງນີ້ ມີຈຸດປະສົງ ເພື່ອຊຸກຍູ້ ການຈັດຕັ້ງ ປະຕິບັດ ຖະແຫລງ ການຮ່ວມ ກຳປູເຈຍ-ໄທ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ ສັນຕິພາບ ແລະ ສະຖຽນລະພາບ ລະຫວ່າງ ສອງປະເທດ, ພ້ອມທັງເປັນການຟື້ນຟູ ຄວາມເປັນລະບຽບໃຫ້ກັບຄືນສູ່ ເປັນປົກກະຕິ.




