ທຣໍາ ລົງນາມກົດໝາຍ ເກັບພາສີ 100% ຕໍ່ປະເທດຊື້ນໍ້າມັນຈາກ ຣັດເຊຍ.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໃນວັນທີ 18 ກັນຍາ ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ກຽມລົງນາມໃນກົດໝາຍ Lindsey O. Graham Sanctioning Russia and Iran Act of 2026 ຫລື ກົດໝາຍລິນຊີ ໂອ ເກຣແຮມ ວ່າດ້ວຍການຂວໍ້າບາດຣັດເຊຍ ແລະ ອີຣານ ປີ 2026
ກົດໝາຍດັ່ງກ່າວຈະເປີດທາງໃຫ້ປະທານາທິບໍດີ ທຣໍາ ສາມາດເກັບພາສີອາກອນສູງສຸດເຖິງ 100% ຕໍ່ປະເທດທີ່ຍັງຊື້ນໍ້າມັນ ແລະ ແກັສຈາກຣັດເຊຍ , ຮ່າງກົດໝາຍດັ່ງກ່າວຜ່ານຄວາມເຫັນພ້ອມຈາກສະພາຜູ້ແທນລາຊະດອນອາເມລິກາດ້ວຍຄະແນນສຽງ 262 ຕໍ່ 159 ຫລັງຈາກໄດ້ຮັບຄວາມເຫັນພ້ອມຈາກວຸດທິສະພາອາເມລິກາໃນເດືອນສິງຫາ.
ນອກຈາກນີ້, ຮ່າງກົດໝາຍສະບັບນີ້ຍັງມີມາດຕະການຂວໍ້າບາດເຮືອທີ່ກ່ຽວຂ້ອງກັບ ກອງເຮືອເງົາ (shadow fleet) ຂອງຣັດເຊຍ ໂດຍອາເມລິກາລະບຸວ່າ: ເຮືອເຫລົ່ານີ້ຊ່ວຍໃຫ້ຣັດເຊຍຍັງສົ່ງອອກພະລັງງານໄດ້ ເຖິງວ່າຈະຜະເຊີນມາດຕະການຂວໍ້າບາດຈາກປະເທດຕາເວັນຕົກ.
ເຖິງຢ່າງໃດກໍດີ, ພາຍໃຕ້ຮ່າງກົດໝາຍນີ້ ປະເທດທີ່ນໍາເຂົ້າແກັສທໍາມະຊາດຈາກຣັດເຊຍໜ້ອຍກວ່າ 15% ຂອງປະລິມານການສົ່ງອອກແກັສທໍາມະຊາດທັງໝົດຂອງຣັດເຊຍ ອາດມີສິດໄດ້ຮັບການຍົກເວັ້ນ ຖ້າປະເທດເຫລົ່ານັ້ນດໍາເນີນມາດຕະການເພື່ອຫລຸດການນໍາເຂົ້າດັ່ງກ່າວ.
ສໍາລັບອິນເດຍ, ຮ່າງກົດໝາຍສະບັບນີ້ຈະເປີດທາງໃຫ້ລັດຖະບານອາເມລິກາສາມາດເກັບພາສີອາກອນສູງສຸດ 100% ຕໍ່ສິນຄ້າຈາກອິນເດຍ ຖ້າລັດຖະບານອິນເດຍຍັງຊື້ພະລັງງານຈາກຣັດເຊຍ.
ເຖິງຢ່າງໃດກໍຕາມ, ຮ່າງກົດໝາຍນີ້ບໍ່ໄດ້ໝາຍຄວາມວ່າຈະມີການເກັບພາສີ 100% ຕໍ່ສິນຄ້ານໍາເຂົ້າຈາກອິນເດຍໂດຍອັດຕະໂນມັດ, ແຕ່ເປັນການໃຫ້ອໍານາດຝ່າຍບໍລິຫານຂອງອາເມລິກາໃນການເກັບພາສີດັ່ງກ່າວພາຍໃຕ້ເງື່ອນໄຂທາງກົດໝາຍທີ່ກໍານົດ ໂດຍຕ້ອງລໍຖ້າໃຫ້ຮ່າງກົດໝາຍມີຜົນເປັນກົດໝາຍກ່ອນ ແລະ ປະທານາທິບໍດີ ທຣໍາ ຕ້ອງເລືອກຈະນໍາເອົາມາດຕະການດັ່ງກ່າວມາໃຊ້.
ລັດຖະບານອິນເດຍເຕືອນວ່າ: ຮ່າງກົດໝາຍດັ່ງກ່າວອາດສົ່ງຜົນກະທົບຕໍ່ການພົວພັນລະຫວ່າງອິນເດຍກັບອາເມລິກາ.
ກະຊວງການຕ່າງປະເທດຂອງອິນເດຍລະບຸໃນຖະແຫລງການວ່າ: ລັດຖະບານອິນເດຍແນໃສ່ດໍາເນີນມາດຕະການທີ່ຈໍາເປັນເພື່ອປົກປ້ອງຜົນປະໂຫຍດດ້ານການຄ້າ ແລະ ເສດຖະກິດຂອງປະເທດ ແລະ ຈະປະສານງານກັບອົງກອນທາງການຄ້າ ແລະ ຂະແໜງອຸດສາຫະກໍາ ເພື່ອຮັບມືຜົນກະທົບທີ່ອາດເກີດຂຶ້ນ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ