ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ລົງນາມບັງຄັບໃຊ້ກົດໝາຍຂວໍ້າບາດຣັດເຊຍໃນວັນທີ 18 ກັນຍາ ໂດຍກົດໝາຍສະບັບນີ້ໃຫ້ອໍານາດຂະຫຍາຍມາດຕະການຂວໍ້າບາດ, ການເກັບພາສີອາກອນ ແລະ ຂໍ້ຫ້າມຕ່າງໆຕໍ່ຣັດເຊຍ, ພ້ອມຕໍ່ອາຍຸມາດຕະການຂວໍ້າບາດອີຣານທີ່ມີຢູ່.
ກົດໝາຍສະບັບນີ້ມີຊື່ວ່າ Lindsey O. Graham Sanctioning Russia and Iran Act of 2026 ໂດຍກໍານົດມາດຕະການຂວໍ້າບາດເຈົ້າໜ້າທີ່ຣັດເຊຍ, ທະນາຄານຣັດເຊຍ ແລະ ເຮືອທີ່ໃຊ້ຂົນສົ່ງພະລັງງານຈາກຣັດເຊຍ. ອີກທັງໃຫ້ອໍານາດທ່ານ ທຣໍາ ເກັບພາສີອາກອນສູງສຸດ 100% ຕໍ່ສິນຄ້າຈາກ 5 ປະເທດທີ່ນໍາເຂົ້ານໍ້າມັນ ຫລື ແກັສທໍາມະຊາດຈາກຣັດເຊຍຫລາຍທີ່ສຸດ.
ນອກຈາກນີ້, ກົດໝາຍຍັງຂະຫຍາຍອາຍຸຂອງກົດໝາຍຂວໍ້າບາດອີຣານ (Iran Sanctions Act) ອອກໄປອີກ 5 ປີ ເພື່ອຮັກສາມາດຕະການຂວໍ້າບາດທີ່ແນໃສ່ຂະແໜງພະລັງງານ ແລະ ອາວຸດຂອງອີຣານ.
ສະພາຜູ້ແທນລາຊະດອນອາເມລິກາ ຜ່ານຮ່າງກົດໝາຍດັ່ງກ່າວໃນວັນທີ 16 ກັນຍາ ຫລັງຈາກວຸດທິສະພາມີມະຕິຜ່ານຮ່າງກົດໝາຍນີ້ໃນວັນທີ 7 ສິງຫາຜ່ານມາ.
ກົດໝາຍສະບັບນີ້ຖືເປັນຜົນງານສໍາຄັນທີ່ສືບທອດເຈດຕະນາຂອງທ່ານ ລິນຊີ ເກຣແຮມ ອະດີດວຸດທິສະມາຊິກຜູ້ຊຸກດັນຮ່າງກົດໝາຍດັ່ງກ່າວ ເຊິ່ງເສຍຊີວິດໃນເດືອນກໍລະກົດ ຫລັງບໍ່ສະບາຍກະທັນຫັນໄດ້ບໍ່ດົນ.
ເຖິງຢ່າງໃດກໍຕາມ, ຮ່າງກົດໝາຍດັ່ງກ່າວຜະເຊີນຄວາມເຫັນແຕກແຍກໃນສະພາຜູ້ແທນລາຊະດອນຫລາຍກວ່າໃນວຸດທິສະພາ ໂດຍສະມາຊິກພັກເດໂມແຄຣດ 3 ທ່ານໃນສະພາຜູ້ແທນລາຊະດອນລະບຸໃນຖະແຫລງການຮ່ວມເມື່ອມໍ່ໆມານີ້ວ່າ: ກົດໝາຍສະບັບນີ້ອາດສ້າງຜົນເສຍຫລາຍກວ່າຜົນດີ ເພາະເພີ່ມອໍານາດໃຫ້ທ່ານ ທຣໍາ ໃນການກໍານົດພາສີອາກອນ, ແຕ່ບໍ່ໄດ້ບັງຄັບໃຫ້ທ່ານໃຊ້ມາດຕະການຂວໍ້າບາດຣັດເຊຍ.






