ທຣໍາ ໄດ້ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ໂດຍລະບຸວ່າ ການເຮັດສົງຄາມກັບອີຣານມີເປົ້າໝາຍເພື່ອສະກັດກັ້ນບໍ່ໃຫ້ປະເທດດັ່ງກ່າວ ພັດທະນາອາວຸດນິວເຄລຍ ພ້ອມທັງເຕືອນວ່າ : ອາດ “ທຳລາຍອີຣານ” ຫາກບໍ່ສາມາດບັນລຸຂໍ້ຕົກລົງເພື່ອຍຸດຕິຄວາມຂັດແຍ່ງໄດ້ ເມື່ອ ວັນທີ 22 ກັນຍາ 2026 .
ຢ່າງໃດກໍຕາມ, ທ່ານ ທຣຳ ໄດ້ສະແດງຄວາມຫວັງໃນດ້ານດີວ່າ ຂໍ້ຕົກລົງສັນຕິພາບກັບອີຣານອາດຈະສາມາດບັນລຸໄດ້ໃນທັນທີ ພາຍຫລັງການເລືອກຕັ້ງກາງສະໄໝຂອງສະຫະລັດ ໃນວັນທີ 3 ພະຈິກ 2026 ພ້ອມກັບ ຮຽກຮ້ອງໃຫ້ປະຊາຄົມໂລກຮ່ວມມືກັບສະຫະລັດ ໃນການໂດດດ່ຽວອີຣານທາງດ້ານເສດຖະກິດ ເພື່ອກົດດັນໃຫ້ປະເທດດັ່ງກ່າວກັບມາສູ່ໂຕະເຈລະຈາ.
ທ່ານ ທຣຳ ເປີດເຜີຍວ່າ ເຈົ້າໜ້າທີ່ຂອງສະຫະລັດ ແລະ ອີຣານ ໄດ້ມີການປຶກສາຫາລືກັນເປັນເວລາ 3 ຊົ່ວໂມງໃນວັນອັງຄານ, ໂດຍລະບຸວ່າການເຈລະຈາດັ່ງກ່າວເປັນໄປດ້ວຍດີ ແລະ ທັງສອງຝ່າຍມີແຜນທີ່ຈະພົບປະກັນອີກຄັ້ງໃນອະນາຄົດອັນໃກ້ນີ້.
ໃນຂະນະດຽວກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ ມາໂກ ຣູບິໂອ (Marco Rubio) ໄດ້ກ່າວວ່າ ທ່ານ ທຣຳ ພ້ອມທີ່ຈະພົບປະກັບປະທານາທິບໍດີອີຣານ ທ່ານ ມາຊູດ ເປເຊຊກຽນ (Masoud Pezeshkian) ຫລື ເຈົ້າໜ້າທີ່ອີຣານທ່ານອື່ນໆ ຢູ່ຂອບກອງປະຊຸມ UNGA ໃນນະຄອນນິວຢອກ, ເນື່ອງຈາກທັງທ່ານ ເປເຊຊກຽນ ແລະ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ທ່ານ ອັບບາສ ອາຣັກຈີ (Abbas Araghchi) ລ້ວນແຕ່ກຳລັງເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ.
ທ່ານ ທຣຳ ໄດ້ເນັ້ນໜັກວ່າ ການບັນລຸຂໍ້ຕົກລົງແມ່ນເປັນຜົນດີທີ່ສຸດສຳລັບອີຣານ, ໂດຍຊີ້ໃຫ້ເຫັນວ່າທາງເລືອກທີ່ປະເທດດັ່ງກ່າວຕ້ອງປະເຊີນນັ້ນ ອາດນຳໄປສູ່ “ຄວາມຍິ່ງໃຫຍ່” ຫລື “ຄວາມພິນາດ” ຂຶ້ນຢູ່ກັບວ່າຈະສາມາດບັນລຸຂໍ້ຕົກລົງໄດ້ຫລືບໍ່?.
ອ້າງອີງ : Reuters






