ໂຮງໝໍ ໃນຍີ່ປຸ່ນ ກວ່າ 83,3% ຂອງປະເທດ ຂາດທຶນໃນປີ ງົບປະມານ 2024
ສຳນັກຂ່າວ ຊິນຮວາ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 1 ຕຸລາວ່າ 2025 ຢ່າງເປັນທາງການ ຊີ້ໃຫ້ເຫັນວ່າ ໂຮງໝໍ ຢູ່ຍີ່ປຸ່ນ ຫລາຍກວ່າ 80%ໄດ້ປະສົບກັບ ພາວະການຂາດທຶນ ໃນສົກປີ ງົບປະມານ 2024.ໂດຍ ກະຊວງ ກິດຈະການ ພາຍໃນ ຂອງ...
ເຂື່ອນໄຟຟ້ານໍ້າງື່ມ 1 ຈະເພີ່ມການລະບາຍນໍ້າ ເພື່ອກຽມຮັບມືກັບພາຍຸ “ແມດໂມ” ໃນວັນທີ 4 ຕຸລາ 2025.
ໃນວັນທີ 3 ຕຸລາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແຈ້ງໃຫ້ຊາບວ່າ : ຈະໄດ້ເພີ່ມການລະບາຍນ້ຳ ເພື່ອຮັກສາຄວາມປອດໄພ ໃຫ້ກັບທຸກພາກສ່ວນ ຕາມຂັ້ນຕອນທາງດ້ານເຕັກນີກວິຊາການ ເນື່ອງຈາກມີພາຍຸໝູນເຂດຮ້ອນ “ແມດໂມ” ກຳລັງເຄື່ອນທີ່ເຂົ້າມາ ເຊິ່ງຈະມີຝົນຕົກໜັກ ຫາ ໜັກຫລາຍ ເຮັດໃຫ້ລະດັບນ້ຳໃນອ່າງເກັບນ້ຳເຂື່ອນນໍ້າງື່ມ 1 ໄດ້ເພີ່ມຂຶ້ນ.ປະລິມານນ້ຳທີ່ລະບາຍເພີ່ມ: ປະລິມານນ້ຳທີ່ໄດ້ໄຫລອອກຈາກເຂື່ອນໄຟຟ້ານ້ຳງື່ມ...
ທາງການລາວ ແຈ້ງເຕືອນ ຮັບມືຝົນຕົກໜັກ ຈາກພາຍຸເຂດຮ້ອນ ມັດໂມ ” Matmo” ຕັ້ງແຕ່ວັນທີ 3 ຫາ 7 ຕຸລາ 2025.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການເຕືອນທົ່ວປະເທດ ວ່າຈະມີຝົນຕົກຢ່າງຕໍ່ເນື່ອງ ແລະ ຕົກຫນັກ ເນື່ອງຈາກພະຍຸເຂດຮ້ອນ ມັດໂມ ພັດເຂົ້າໃກ້, ຮຽກຮ້ອງໃຫ້ປະຊາຊົນ ຈົ່ງມີສະຕິລະວັງຕົວ ແລະ ກຽມພ້ອມຮັບມືກັບໄພນໍ້າຖ້ວມ ແລະ ດິນເຈື່ອນ.ພາຍຸດັ່ງກ່າວກຳລັງເຄື່ອນທີ່ທາງຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າຈະຂ້າມຜ່ານປະເທດຟີລິບປິນ ກ່ອນທີ່ຈະເຂົ້າສູ່ປະເທດລາວ, ເຮັດໃຫ້ມີຝົນຕົກຟ້າຮ້ອງ, ລົມແຮງ,...
ລາວຕັ້ງເປົ້າຈະເພີ່ມສ່ວນແບ່ງພະລັງງານທົດແທນໃຫ້ໄດ້ຮ້ອຍລະ 11% ໃນປີ 2030.
ຍຸດທະສາດການພັດທະນາພະລັງງານຂອງລາວ ມຸ່ງໄປເຖິງການເພີ່ມພະລັງງານທົດແທນທີ່ປ່ຽນແປງໄດ້ (ຕົ້ນຕໍແມ່ນພະລັງງານລົມ ແລະ ແສງຕາເວັນ) ເປັນ 11 ເປີເຊັນໃນປີ 2030.ເຈົ້າໜ້າທີ່ກ່າວວ່າ, ເປົ້າໝາຍນີ້ມີຄວາມສຳຄັນຕໍ່ການເພີ່ມທະວີຄວາມຢືດຢຸ່ນດ້ານພະລັງງານ, ຄວາມຍືນຍົງ, ແລະສະໜັບສະໜູນການຫັນປ່ຽນເສດຖະກິດໃນໄລຍະຍາວຂອງປະເທດ. ເຊີ່ງໄດ້ເນັ້ນຢ້ຳໃນກອງປະຊຸມຕະຫຼາດຄາບອນ ແລະ ພະລັງງານສະອາດ ຂອງ ສປປ ລາວ ທີ່ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດທີ 24-25 ກັນຍາ 2025.ກອງປະຊຸມໄດ້ນຳເອົາຜູ້ຕາງໜ້າຈາກລັດຖະບານ, ຄູ່ຮ່ວມມືພັດທະນາ,...
ເຊີນທ່ຽວຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ ໃນວັນທີ 3-5 ຕຸລາ 2025.
ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3...
ປະທານປະເທດລາວ ຈະເດີນທາງໄປຢ້ຽມຢາມ ເກົາຫລີເໜືອ ຕາມຄຳເຊີນຂອງທ່ານ Kim Jong Un
ກຸງໂຊລ "ສຳນັກຂ່າວ ຣອຍເຕີ ລາຍງານວ່າ : “ ປະທານປະເທດລາວ ທ່ານ ທອງລຸນ ສີສຸລິດ ຈະໄປຢ້ຽມຢາມ ເກົາຫຼີເໜືອ ຕາມຄຳເຊີນຂອງທ່ານ ຄິມ ຈອງອຸນ ຜູ້ນຳ ສປປ ເກົາຫຼີ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກຳມະກອນເກົາຫຼີເໜືອ ໃນວັນທີ 10 ຕຸລາ 2025 ”....
ລາວ ຈັດກອງປະຊຸມວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ໃນວັນທີ 1 ຕຸລາ 2025 .
ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ກະຊວງການເງິນ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ໄດ້ຈັດກອງປະຊຸມລະດັບຊາດວ່າດ້ວຍປະຊາກອນ ແລະ ການພັດທະນາ ຄັ້ງທີ II ພາຍໃຕ້ຫົວຂໍ້: “ສົ່ງເສີມການນຳໃຊ້ປະໂຫຍດທາງດ້ານປະຊາກອນ ໂດຍສຸມໃສ່ວຽກງານການສຶກສາ, ການສ້າງວຽກເຮັດງານທໍາ, ການສ້າງຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມ” ໂດຍການເປັນປະທານ ຂອງ ທ່ານ ສຈ.ປອ. ກິແກ້ວ ໄຂຄໍາພິທູນ...
ລາວເປັນເຈົ້າພາບຈັດກອງປະຊຸມຕະຫຼາດຄາບອນ ແລະ ພະລັງງານສະອາດ.
ກອງປະຊຸມຕະຫຼາດຄາບອນ ແລະ ພະລັງງານສະອາດ ໄດ້ດຶງດູດຜູ້ເຂົ້າຮ່ວມ 200 ກວ່າຄົນທີ່ມາຈາກພາກລັດ, ພາກປະຊາສັງຄົມພົນລະເຮືອນ, ຄູ່ຮ່ວມມືພັດທະນາ ແລະ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງຍັງມີບັນດາບູດທີ່ມາຈາກຜູ້ພັດທະນາໂຄງການທີ່ໄດ້ວາງສະແດງເຕັກໂນໂລຊີຂອງຕົນ.ໃນສອງວັນຜ່ານມາ, ມີຄະນະຜູ້ແທນກວ່າ 35 ຄົນໄດ້ຄົ້ນຄວ້າຫົວຂໍ້ຕ່າງໆ ລວມທັງຄວາມພ້ອມຂອງຕະຫຼາດກາກບອນ, ໂອກາດໃນການລົງທຶນ, ລະບົບນິເວດວິສາຫະກິດ, ແລະ ທັດສະນະດ້ານພະລັງງານຂອງພາກພື້ນ. ຫົວຂໍ້ສຳຄັນລວມມີການລະດົມພາກເອກະຊົນ, ເອົາຊະນະສິ່ງກີດຂວາງໃນການລົງທຶນ, ເພີ່ມທະວີການສະໜອງການເງິນໃຫ້ແກ່ບັນດາໂຄງການພະລັງງານກາກບອນ.ໃນປະຊຸມວັນທີ...
ADB ທະນາຄານພັດທະນາອາຊີ ຄາກການວ່າ ເສດຖະກິດຂອງລາວຈະເຕີບໂຕ 3,7% ໃນປີ 2025.
ທະນາຄານພັດທະນາອາຊີ (ADB) ໃຫ້ຮູ້ວ່າ: ເສດຖະກິດຂອງລາວຈະເຕີບໂຕ 3.7 ເປີເຊັນ, ເຊິ່ງນຳໜ້າໂດຍການບໍລິການ ແລະ ການທ່ອງທ່ຽວ, ເຖິງວ່າຈະມີຄວາມກົດດັນດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ຄ່າຄອງຊີບສູງກໍຕາມ.ບົດລາຍງານຂອງ ADB ທີ່ນຳອອກເຜີຍແຜ່ໃນວັນອັງຄານ ສະແດງໃຫ້ເຫັນວ່າ ຂະແໜງບໍລິການກຳລັງຊຸກຍູ້ການເຕີບໂຕ, ການທ່ອງທ່ຽວໄດ້ຟື້ນຕົວຢ່າງແຂງແຮງ, ໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍກວ່າ 2,3 ລ້ານຄົນໃນເຄິ່ງຕົ້ນປີ 2025.ສິ່ງດັ່ງກ່າວໄດ້ຊຸກຍູ້ຂະແໜງການຄ້າຂາຍຍ່ອຍ, ການບໍລິການ, ການຂົນສົ່ງແລະພາກອຸດສາຫະກໍາຄາດວ່າຈະຂະຫຍາຍຕົວ 3.6...
ລາວໄດ້ວາງແຜນຍຸດທະສາດໄລຍະ 5 ປີ ເພື່ອປັບປຸງລະບົບຄົມມະນາຄົມຂົນສົ່ງຂອງປະເທດໃຫ້ທັນສະໄໝ.
ລາວໄດ້ວາງແຜນຍຸດທະສາດໄລຍະ 5 ປີ ເພື່ອປັບປຸງລະບົບຄົມມະນາຄົມຂົນສົ່ງແຫ່ງຊາດໃຫ້ທັນສະໄໝ, ໂດຍໄດ້ສຸມໃສ່ຍົກລະດັບເສັ້ນທາງ, ຂົວ, ທາງລົດໄຟ, ທາງນ້ຳ.ໂຄງການພື້ນຖານໂຄງລ່າງທີ່ສໍາຄັນລວມມີເສັ້ນທາງລົດໄຟລາວ-ຫວຽດນາມ ແລະ ວຽງຈັນ-ຈໍາປາສັກ. ແຜນການດັ່ງກ່າວແນໃສ່ເພີ່ມທະວີການເຊື່ອມຕໍ່ພາກພື້ນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມຊາຍແດນ, ແລະ ສະໜັບສະໜູນການພັດທະນາຕົວເມືອງແບບຍືນຍົງ.ວັນທີ 24 ກັນຍານີ້, ທ່ານ ງາພິງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະກາດວ່າ :...
ວິສາຫະກິດເອກະຊົນຫວຽດນາມສະຫນັບສະຫນູນການສຶກສາຂອງເດັກນ້ອຍລາວ
ໃນວັນທີ 27 ກັນຍາ 2025, ສະໂມສອນນັກທຸລະກິດເງອານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມອບລົດຖີບ 100 ຄັນ ແລະ ອຸປະກອນການຮຽນ 100 ຊຸດ ໃຫ້ແກ່ນັກຮຽນທີ່ດ້ອຍໂອກາດໃນເມືອງ.ຂອງຂວັນລວມທັງກະເປົາ ແລະ ເຄື່ອງແບບນັກຮຽນ ຄາດວ່າຈະເຮັດໃຫ້ເດັກນ້ອຍໄປໂຮງຮຽນໄດ້ງ່າຍຂຶ້ນ ແລະ ເປັນກຳລັງໃຈໃຫ້ເຂົາເຈົ້າສູ້ຊົນໃນການສຶກສາ ແລະ ຊີວິດປະຈຳວັນ.ທ່ານ ບຸນຊູ ຜາວິເສດ,...
Kolao ຮ່ວມກັບ Emart24 ເປີດຮ້ານສະດວກຊື້ເກົາຫຼີ ແຫ່ງທຳອິດໃນລາວ
Emart24 ປະກາດໃນຖະແຫຼງການຂ່າວວ່າ ຈະເປີດສາຂາແຫ່ງທຳອິດໃນລາວ ເຊິ່ງເປັນການເປີດຮ້ານສະດວກຊື້ຂອງເກົາຫຼີ ສູ່ອາຊີຕາເວັນອອກສ່ຽງໃຕ້ ໃນວັນອາທິດທີ 28 ກັນຍາ 2025.ບໍລິສັດໄດ້ລົງນາມໃນສັນຍາກັບບໍລິສັດໂຄລາວ, ເຊິ່ງກໍ່ຕັ້ງໂດຍນັກທຸລະກິດເກົາຫຼີ Oh Se-young, ເພື່ອຄ່ອຍໆປ່ຽນ 50 ຮ້ານສະດວກຊື້ Kok Kok Mini ຂອງ Kolao ເປັນຮ້ານ Emart24.ພາຍໃຕ້ສັນຍາ franchise ,...