저자에 대해

ອິນທະນົນ ພົມມະຈັນ

ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

정렬 기준

ໄທ – ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານທີ່ສອດຄ່ອງກັບການພັດທະນາຂອງພາກພື້ນ ແລະ ຂອງໂລກ.

ໂດຍຕອບສະໜອງຄຳເຊື້ອເຊີນຂອງ ທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍພັນລະຍາ, ການເດີນທາງຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ ຂອງໃນລະຫວ່າງວັນທີ 27–29 ພຶດສະພາ ຜ່ານມາ ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ຮັບຜົນສຳເລັດອັນຈົບງາມ...

ນາຍົກ ຕ້ອນຮັບທູດ ສ. ເກົາຫລີ ພ້ອມຫາລືຄວາມຮ່ວມມືໄລຍະຜ່ານມາ ແລະ ອານາຄົດຕໍ່ໜ້າ.

ໃນຕອນບ່າຍ ວັນທີ 29 ພຶດສະພາ 2026 ຜ່ານມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ...

ຮອງນາຍົກ ເດີນທາງໄປອິນເດຍ ເພື່ອການເຈລະຈາທະວິພາຄື ສອງຝ່າຍທີ່ສຳຄັນ.

ຮອງນາຍົກລັດຖະມົນຕີລາວ ທ່ານທອງສະຫວັນ ພົມວິຫານ ຈະຢ້ຽມຢາມປະເທດອິນເດຍ ແຕ່ວັນທີ 1-3 ມິຖຸນາ ເພື່ອການເຈລະຈາລະດັບສູງ ແລະ ກອງປະຊຸມຄະນະກຳມະການຮ່ວມອິນເດຍ-ລາວ ຄັ້ງທີ 10 ກັບລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສ. ໄຈຊັງກາ. ການຢ້ຽມຢາມຄັ້ງນີ້ ເນັ້ນໃຫ້ເຫັນເຖິງການມີສ່ວນຮ່ວມທີ່ເພີ່ມຂຶ້ນລະຫວ່າງອິນເດຍ ແລະ ລາວ ຄາດວ່າຈະເປັນໂອກາດໃນການທົບທວນການຮ່ວມມືສອງຝ່າຍ ແລະ ຄົ້ນຫາຊ່ອງທາງການຮ່ວມມືໃໝ່. ໃນລະຫວ່າງການຢ້ຽມຢາມ, ທ່ານທອງສະຫວັນ ພົມວິຫານ...

ນາຍົກ ອອກຖະແຫລງ ອວຍພອນເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2026

– ບັນດາທ່ານ ທີ່ນັບຖື, – ຫລານນ້ອຍອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າ ທີ່ຮັກແພງ. ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 101 ປີ, ໃນນາມ ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໄຍ ແລະ ຄໍາອວຍພອນອັນປະເສີດ...

ລາວ-ຫວຽດນາມ ຕົກລົງຮ່ວມລົງທຶນກັນກໍ່ສ້າງທາງລົດໄຟເຊື່ອມ ທ່າເຮືອ ຫວຸ້ງອ່າງ ຫາ ຕົວເມືອງທ່າແຂກ.

ວັນທີ 29 ພຶດສະພາ 2026 ທີ່ກະຊວງກໍ່ສ້າງ, ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໂດຍການເຂົ້າຮ່ວມເປັນປະທານ...

ອັງກິດ ສະໜັບສະໜູນການເກັບກູ້ລະເບີດບໍ່ທັນແຕກຢ່າງຕໍ່ເນື່ອງໃນ ລາວ

ສະຫະລາຊະອານາຈັກໄດ້ຢືນຢັນການສະໜັບສະໜູນການເກັບກູ້ລະເບີດບໍ່ທັນແຕກໃນລາວໃນລະຫວ່າງການຢ້ຽມຢາມລະດັບສູງເພື່ອແນໃສ່ເພີ່ມທະວີສາຍພົວພັນສອງຝ່າຍ ແລະ ການຮ່ວມມືດ້ານການພັດທະນາ. ຄຳໝັ້ນສັນຍາດັ່ງກ່າວໄດ້ຖືກເຮັດໃນລະຫວ່າງການຢ້ຽມຢາມເຮັດວຽກຢູ່ລາວໂດຍຮອງເລຂາທິການລັດຖະສະພາຝ່າຍອິນໂດ-ປາຊີຟິກ ແລະ ຄວາມສະເໝີພາບຂອງສະຫະລາຊະອານາຈັກ, ທ່ານນາງ Seema Malhotra MP, ໃນວັນທີ 28 ພຶດສະພາ. ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ Maythong Thammavongsa, ໄດ້ຕ້ອນຮັບທ່ານນາງ Malhotra ແລະ ຄະນະຜູ້ແທນຂອງທ່ານນາງທີ່ນະຄອນຫຼວງວຽງຈັນ, ບ່ອນທີ່ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິທີການເສີມສ້າງ ແລະ ຂະຫຍາຍການຮ່ວມມືພາຍໃຕ້ຂອບການຮ່ວມມືທັງສອງຝ່າຍ ແລະ ຫຼາຍຝ່າຍ. ພວກເຂົາຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ...

ລັດຖະບານ ເປີດກອງປະຊຸມສະໄໝສາມັນ ປະຈໍາເດືອນພຶດສະພາ 2026

ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: 1. ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2026 ຂອງລັດຖະບານ ແລະ ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ສະພາບພົ້ນເດັ່ນພາກພື້ນ ແລະ...

ລາວ ໂຈະຊົ່ວຄາວ ການນຳເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟທຸກປະເພດ ຈົນໝົດປີ 2026

ວັນທີ 12 ພຶກສະພ 2026 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການ ທິດຊີ້ນໍາຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ແລະ ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈຳເດືອນ ເມສາ 2026 ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ ມີລາຍລະອຽດດັ່ງນີ້: 1. ໃຫ້ກະຊວງອຸດສາຫະກຳ...

ອີຣ່ານ ເປີດຕະຫລາດຮຸ້ນອີກຄັ້ງ ຫລັງປິດໄປກວ່າ 80 ວັນ ເພາະການໂຈມຕີຂອງອາເມລິກາ ແລະ ອິດສະຣາແອນ

ຕະຫລາດຫຸ້ນ ອີຣານ ກັບຄືນມາດຳເນີນການ ອີກຄັ້ງໃນວັນທີ 19 ພືດສະພາ, ຫລັງຈາກ ທີ່ ປິດໄປນານເຖິງ 80 ວັນ ເນື່ອງຈາກ ການໂຈມຕີ ຮ່ວມກັນ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ. ຕະຫລາດລັກຊັບ ອີຣານ ໄດ້ປິດມາຕັ້ງແຕ່ ວັນທີ 28 ກຸມພາ ທີ່ຜ່ານມາ...

ລາວ ແລະ ຍີ່ປຸ່ນ ເສີມສ້າງສາຍພົວພັນດ້ານພະລັງງານ ແລະ ແຮ່ທາດທີ່ສຳຄັນ.

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ Toshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ຕົກລົງກັນໃນວັນສຸກ (22 ພຶດສະພາ) ເພື່ອພັດທະນາການຮ່ວມມືທີ່ແນໃສ່ເສີມສ້າງລະບົບຕ່ອງໂສ້ການສະໜອງພະລັງງານ ແລະ ແຮ່ທາດທີ່ສຳຄັນ. ຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນໃນລະຫວ່າງການເຈລະຈາທີ່ໂຕກຽວ ທ່າມກາງຄວາມບໍ່ໝັ້ນຄົງດ້ານການສະໜອງທີ່ກ່ຽວຂ້ອງກັບຄວາມເຄັ່ງຕຶງໃນຕາເວັນອອກກາງ. ທ່ານ Thongsavan ໄດ້ສະແດງຄວາມສະໜັບສະໜູນຕໍ່ການຮ່ວມມືດ້ານພະລັງງານ ແລະ ຄວາມຢືດຢຸ່ນຂອງຊັບພະຍາກອນທີ່ກວ້າງຂວາງຂຶ້ນ ຫຼື Powerr...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은