ສຳນັກຂ່າວຕ່າງປະເທດລາຍງານ ລັດຖະບານກາງສະຫະລັດໃນນະຄອນນິວຢອກ ໄດ້ມີຄຳສັ່ງຍົກເລີກນະໂຍບາຍຂອງລັດຖະບານ ທີ່ລະງັບການອອກວີຊາຖາວອນ (Immigrant Visa) ໃຫ້ແກ່ພົນລະເມືອງຈາກ 75 ປະເທດ ເຊິ່ງໃນນັ້ນ ລວມມີປະເທດລາວນຳ. ຄຳຕັດສິນນີ້ຖືເປັນຂ່າວດີສຳລັບຊາວລາວ ແລະ ພົນລະເມືອງຈາກປະເທດອື່ນໆ ທີ່ສາມາດກັບມາເຂົ້າສູ່ຂະບວນການພິຈາລະນາວີຊາໄດ້ອີກຄັ້ງ.
ທ່ານນາງ ເຈນເນັດ ວາກາສ (Jeannette Vargas) ຜູ້ພິພາກສາສານແຂວງນິວຢອກ ໄດ້ຕັດສິນເມື່ອວັນສຸກ (21 ສິງຫາ 2026) ວ່ານະໂຍບາຍທີ່ປະກາດໃຊ້ໃນເດືອນມັງກອນ ໂດຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ ມາໂກ ຣູບິໂອ (Marco Rubio) ນັ້ນ “ຂັດຕໍ່ກົດໝາຍຢ່າງຊັດເຈນ” ແລະ ໃຊ້ອຳນາດເກີນຂອບເຂດທີ່ກົດໝາຍຄົນເຂົ້າເມືອງກຳນົດໄວ້.
ຄຳຕັດສິນນີ້ເຮັດໃຫ້ການປະຕິເສດວີຊາທີ່ເຄີຍອີງໃສ່ນະໂຍບາຍ 75 ປະເທດດັ່ງກ່າວເປັນໂມຄະ, ກະຊວງການຕ່າງປະເທດສະຫະລັດຈະຕ້ອງກັບມາພິຈາລະນາຄຳຮ້ອງຂໍວີຊາຍ້າຍຖິ່ນຖານ (Immigrant Visas – ເຊັ່ນ ວີຊາແຕ່ງງານ, ວີຊາຄອບຄົວ ຫຼື ວີຊາເຮັດວຽກຖາວອນ) ຕາມຂັ້ນຕອນປົກກະຕິ. (ໝາຍຄວາມວ່າ ຊາວລາວທີ່ເຄີຍໄດ້ຮັບຜົນກະທົບຈາກການປະກາດລະງັບວີຊາໃນຊ່ວງຕົ້ນປີ 2026 ຈະສາມາດດຳເນີນການຕໍ່ໄດ້).
ນອກນີ້ ສານລະບຸວ່າການຫ້າມອອກວີຊາໂດຍອີງໃສ່ສັນຊາດແບບເໝົາລວມນັ້ນ ເປັນການລະເມີດກົດໝາຍຄົນເຂົ້າເມືອງ ແລະ ສັນຊາດປີ 1965 (INA) ເຊິ່ງຫ້າມບໍ່ໃຫ້ມີການຈຳແນກສັນຊາດໃນການພິຈາລະນາວີຊາ. ການຕັດສິນໃຈໃຫ້ວີຊາຕ້ອງຂຶ້ນກັບການພິຈາລະນາເປັນລາຍບຸກຄົນຂອງເຈົ້າໜ້າທີ່ກົງສຸນ.
ເຊິ່ງ ນະໂຍບາຍນີ້ເຄີຍຖືກນຳມາໃຊ້ໃນເດືອນມັງກອນ 2026 ເຊິ່ງສົ່ງຜົນໃຫ້ກະຊວງການຕ່າງປະເທດຂອງ ສປປ ລາວ ຕ້ອງອອກແຈ້ງການເຕືອນໃຫ້ປະຊາຊົນລາວງົດເວັ້ນການຍື່ນຄຳຮ້ອງຂໍວີຊາສະຫະລັດຊົ່ວຄາວ.
ໂດຍທາງການສະຫະລັດເຄີຍອ້າງວ່າ ພົນລະເມືອງຈາກ 75 ປະເທດດັ່ງກ່າວມີຄວາມສ່ຽງທີ່ຈະເຂົ້າໄປເພິ່ງພາສະຫວັດດີການຂອງລັດ. ການຍົກເລີກນະໂຍບາຍໃນຄັ້ງນີ້ ຈຶ່ງຖືເປັນການປົດລັອກຂໍ້ຈຳກັດສຳຄັນສຳລັບຜູ້ທີ່ຕ້ອງການເດີນທາງໄປຕັ້ງຖິ່ນຖານໃນສະຫະລັດອາເມລິກາ.






