ເມື່ອວັນທີ 28 ຕຸລາ ທີ່ຜ່ານມາ ເກີດອຸບັດເຫດ ລົດໄຟ ຄວາມໄວສູງ ຕໍາກັນ ທີ່ເກີດຂຶ້ນ ຢູ່ນະຄອນໂຕເລດໍ ເທດສະບານ ເຂດປົກຄອງຕົນເອງຂອງ ແອັດສະປາຍ ເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນ ແລະ ບາດເຈັບອີກ 50 ກວ່າຄົນ. ຄາດວ່າ ຈໍານວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນຕື່ມອີກ.
ທ່ານ ເພໂຕຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ປະກາດວ່າ: ຈະຈັດພິທີໄວ້ອາໄລ ຕໍ່ຜູ້ເສຍຊີວິດ ຈາກອຸບັດເຫດຄັ້ງນີ້ ໃນທົ່ວປະເທດ ເປັນເວລາ 3 ວັນນັບ ແຕ່ວັນທີ 29 ຕຸລານີ້ ເປັນຕົ້ນໄປ.
ທ່ານ ໂອສຄາ ພຸເອນເຕ ລັດຖະມົນຕີ ກະຊວງຄົມມະນາຄົມ ແອັດສະປາຍ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອຊີ້ແຈງກ່ຽວກັບ ສາເຫດການ ເກີດອຸບັດເຫດຄັ້ງນີ້ວ່າ ບັນຫາຕິດຂັດ ດ້ານການສື່ສານ ທາງຄອມພິວເຕີ ແລະ ຄວາມຜິດພາດດ້ານການບັນຊາ ທີ່ເກີດຂຶ້ນນໍາຫລັງ ເປັນສາເຫດ ເຮັດໃຫ້ເກີດອຸບັດເຫດຄັ້ງນີ້./






