ລາວສົ່ງອອກສິນຄ້າກະສິກໍາ ຜ່ານດ່ານສາກົນພູເກືອ ໄດ້ 23.6 ລ້ານກວ່າໂດລາ ໃນເດືອນມິຖຸນາ 2026

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ການສົ່ງອອກ ສິນຄ້າກະສິກໍາ ຢູ່ດ່ານສາກົນ ພູເກືອ ແຕ່ ວັນທີ 01-30 ມິຖຸນາ ໂດຍສະເພາະພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ 25,754.35 ໂຕນ ແລະ ລວມເປັນມູນຄ່າທັງໝົດ 23,680,417.27 ໂດລາສະຫະລັດ, ສິນຄ້າ ສ່ວນຫຼາຍ ແມ່ນໄດ້ສົ່ງອອກໄປຍັງ ປະເທດ ສສ ຫວຽດນາມ, ສປ ຈີນ, ເນເທີແລນ, ຍີ່ປຸ່ນ.
.
ການສົ່ງອອກປະກອບດວ້ຍ :
1. / ແປ້ງມັນຕົ້ນ ສົ່ງອອກ ໄປປະເທດ ສປ ຈີນ 3,641 ໂຕນ ເປັນມູນຄ່າ 1,839,695 ໂດລາສະຫະລັດ.
2./ ໝາກກ້ວຍ ສົ່ງອອກ ໄປປະເທດ ສປ ຈີນ 4,125 ໂຕນ ເປັນມູນຄ່າ 1,729,501 ໂດລາສະຫະລັດ.
3/. ກາເຟ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 2,277 ໂຕນ ເປັນມູນຄ່າ 6,200,055 ໂດລາສະຫະລັດ.
4./ ໜາກນອດ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 600 ໂຕນ ເປັນມູນຄ່າ 226,800 ໂດລາສະຫະລັດ.
5./ ເປືອກບົງ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 32 ໂຕນ ເປັນມູນຄ່າ 5,811 ໂດລາສະລັດ
6./ ແປ້ງມັນຕົ້ນ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 2708 ໂຕນ ເປັນມູນຄ່າ 1,294,424 ໂດລາສະຫະລັດ.
7./ ໝາກໂອ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 15 ໂຕນ ເປັນມູນຄ່າ 7,800 ໂດລາສະຫະລັດ.
8./ນໍ້າຕານອໍການິກ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 35 ໂຕນ ເປັນມູນຄ່າ 25,655 ໂດລາສະຫະລັດ.
9./ ນໍ້າຕານຊາຍຂາວ ສົ່ງອອກ ໄປປະເທດ ສສ. ຫວຽດນາມ 153 ໂຕນ ເປັນມູນຄ່າ 86,063 ໂດລາສະຫະລັດ.
10. /ກາກນໍ້າຕານ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 700 ໂຕນ ເປັນມູນຄ່າ 41792 ໂດລາສະຫະລັດ
11./ ໝາກສົ້ມໂອ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 14 ໂຕນ ເປັນມູນຄ່າ 7,425 ໂດລາສະຫະລັດ.
12./ ໝາກມ່ວງຫິມະພານ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 70 ໂຕນ ເປັນມູນຄ່າ 35,000 ໂດລາສະຫະລັດ.
13./ ນໍ້າຕານຊາຍຂາວ ສົ່ງອອກ ໄປປະເທດ ແບວຢຽມ 100 ໂຕນ ເປັນມູນຄ່າ 67500 ໂດລາສະຫະລັດ.
14./ ນໍ້າຕານອໍການິກ ສົ່ງອອກ ໄປປະເທດ ແບວຢຽມ 100 ໂຕນ ເປັນມູນຄ່າ 97500 ໂດລາສະຫະລັດ.
15./ ນໍ້າຕານ ຊາຍອໍການິກ ສົ່ງອອກ ໄປປະເທດ ແບວຢຽມ 108 ໂຕນ ເປັນມູນຄ່າ 105,020 ໂດລາສະຫະລັດ.
16./ ຂີ້ຢາງພາລາ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 1,068.5 ໂຕນ ເປັນມູນຄ່າ 36,9034 ໂດລາສະຫະລັດ.
17./ ໄມ້ ຢາງພາລາ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 90 ໂຕນ ເປັນມູນຄ່າ 1051.69 ໂດລາສະຫະລັດ.
18./ ໄມ້ຢາງພາລາແປຮູບ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 112.5 ໂຕນ ເປັນມູນຄ່າ 1301.3 ໂດລາສະຫະລັດ.
19./ ໄມ້ສັກສໍາເລັດຮູບ ສົ່ງອອກ ໄປປະເທດ ສສ.ຫວຽດນາມ 70.1 ໂຕນ ເປັນມູນຄ່າ 3348.4 ໂດລາສະຫະລັດ.
20./ ໄມ້ວິກ (ໄມ້ອັດ. ສົ່ງອອກ ໄປປະເທດ ສສ.ຫວຽດນາມ 2672.43 ໂຕນ ເປັນມູນຄ່າ 283170. 51 ໂດລາສະຫະລັດ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ