ເນປານ ຕ້ອງໃຊ້ງົບກວ່າ 4.74 ພັນລ້ານໂດລາ ເພື່ອຟື້ນຟູ ຫລັງເຫດນໍ້າຖ້ວມ-ດິນເຈື່ອນ ຄັ້ງໃຫຍ່.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ສໍານັກເລຂາທິການນາຍົກລັດຖະມົນຕີເນປານ ເປີດເຜີຍໃນວັນທີ 10 ກັນຍາວ່າ: ເນປານຄາດວ່າຈະຕ້ອງໃຊ້ເງິນ 4.74 ພັນລ້ານໂດລາ ເພື່ອບູລະນະ ແລະ ຟື້ນຟູພື້ນທີ່ທາງພາກເໜືອຂອງປະເທດ ຫລັງເກີດເຫດນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນຄັ້ງໃຫຍ່ໃນວັນທີ 26 ສິງຫາ 2026.

ໂຕເລກດັ່ງກ່າວມາຈາກລາຍງານການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການຢ່າງຮີບດ່ວນ (Rapid Damage and Needs Assessment ຫລື RDNA) ເຊິ່ງຈັດດຍຄະນະດ້ານເຕັກນິກຮ່ວມຈາກຄະນະກໍາມະການວາງແຜນແຫ່ງຊາດ ແລະ ສໍານັກງານຫລຸດ ແລະ ແກ້ໄຂຄວາມສ່ຽງຈາກໄພພິບັດແຫ່ງຊາດຂອງເນປານ (NDRRMA).

NDRRMA ລະບຸວ່າ: ເຫດການນໍ້າຖ້ວມ ແລະ ດິນເຈື່ອນຄັ້ງນີ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1,377 ຄົນ ແລະ ສູນຫາຍ 5,130 ຄົນ ເມື່ອເວລາ 11:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 10 ກັນຍາ.

ສໍານັກເລຂາທິການນາຍົກລັດຖະມົນຕີເນປານລະບຸໂດຍອ້າງອີງລາຍງານ RDNA ວ່າ: ໂຄງລ່າງພື້ນຖານເປັນພາກສ່ວນທີ່ໄດ້ຮັບຄວາມເສຍຫາຍຫລາຍທີ່ສຸດ ໂດຍຕ້ອງໃຊ້ເງິນ 3.1 ພັນລ້ານໂດລາ ເພື່ອບູລະນະຟື້ນຟູ ຫລື ປະມານ 75% ຂອງຄວາມຕ້ອງການຟື້ນຟູທັງໝົດ.

ສ່ວນຂະແໜງພະລັງງານໄດ້ຮັບຄວາມເສຍຫາຍຢ່າງໜັກເຊັ່ນກັນ ໂດຍເຫດການນໍ້າຖ້ວມ ແລະ ດິນເຈື່ອນສົ່ງຜົນກະທົບຕໍ່ໂຄງການໄຟຟ້າພະລັງນໍ້າ 13 ແຫ່ງ ມີກໍາລັງການຜະລິດທັງໝົດ 759 ເມກາວັດ ແລະ ໂຮງໄຟຟ້າພະລັງງານແສງອາທິດ 5 ແຫ່ງ ມີກໍາລັງການຜະລິດທັງໝົດ 24 ເມກາວັດ.

ລາຍງານປະເມີນວ່າ: ເນປານຈະຕ້ອງໃຊ້ເງິນ 2.56 ພັນລ້ານໂດລາ ເພື່ອຟື້ນຟູລະບົບພະລັງງານ ແລະ ໂຄງຂ່າຍໄຟຟ້າ. ຂະນະທີ່ການບູລະນະໂຄງລ່າງພື້ນຖານດ້ານຄົມມະນາຄົມຈະຕ້ອງໃຊ້ເງິນ 481 ລ້ານໂດລາ.

ນອກຈາກນີ້, ເຫດການນໍ້າຖ້ວມ ແລະ ດິນເຈື່ອນຍັງສ້າງຄວາມເສຍຫາຍຢ່າງໜັກຕໍ່ບ້ານເຮືອນ ແລະ ໂຄງລ່າງພື້ນຖານທາງສັງຄົມໃນເຂດຣະສຸວາ, ນູວາໂກ, ທາດິງ, ກໍຂາ ແລະ ຈິຕະວັນ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ