spot_img

ການເງີນ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ຈີນຍົກເລີກມາດຕະການຫລຸດຜ່ອນພາສີຄໍາ ອາດສົ່ງຜົນໃຫ້ຕົ້ນທຶນຄໍາທົ່ວໂລກແພງຂຶ້ນໄປເຖີງ 5,000 ໂດລາ/ອອນສ໌.

Bloomberg ລາຍງານ ລັດຖະບານຈີນ ໄດ້ປະກາດຍົກເລີກມາດຕະການຫລຸດຜ່ອນພາສີສຳລັບ ຄຳ ທີ່ມີມາດົນນານ, ຖືເປັນຈຸດປ່ຽນໃນຕະຫລາດຄຳໂລກ ທີ່ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພະຈິກ ເປັນຕົ້ນໄປ. ໂດຍຈະ ບໍ່ອະນຸຍາດ ໃຫ້ຜູ້ຄ້າຂາຍຍ່ອຍ ຫັກພາສີມູນຄ່າເພີ່ມ (VAT) ທີ່ຈ່າຍໃນການຊື້ຄຳໃນຕະຫລາດ Shanghai Gold Exchange ນຳມາຫັກອອກເມື່ອຂາຍຕໍ່ ບໍ່ວ່າຈະເປັນການຂາຍຍ່ອຍ ຫລື ຂາຍເພື່ອນໍາໄປແປຮູບ. ມາດຕະການດັ່ງກ່າວແມ່ນເປັນໄປຕາມກົດໝາຍສະບັບໃໝ່ຂອງ ກະຊວງການເງິນແຫ່ງສາທາລະນະລັດປະຊາຊົນຈີນ...

ADB ທະນາຄານ​ພັດທະນາ​ອາຊີ ຄາກການ​ວ່າ ​ເສດຖະກິດ​ຂອງ​ລາວ​ຈະ​ເຕີບ​ໂຕ 3,7% ​ໃນ​ປີ 2025.

ທະນາຄານພັດທະນາອາຊີ (ADB) ໃຫ້ຮູ້ວ່າ: ເສດຖະກິດຂອງລາວຈະເຕີບໂຕ 3.7 ເປີເຊັນ, ເຊິ່ງນຳໜ້າໂດຍການບໍລິການ ແລະ ການທ່ອງທ່ຽວ, ເຖິງວ່າຈະມີຄວາມກົດດັນດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ຄ່າຄອງຊີບສູງກໍຕາມ. ບົດລາຍງານຂອງ ADB ທີ່ນຳອອກເຜີຍແຜ່ໃນວັນອັງຄານ ສະແດງໃຫ້ເຫັນວ່າ ຂະແໜງບໍລິການກຳລັງຊຸກຍູ້ການເຕີບໂຕ, ການທ່ອງທ່ຽວໄດ້ຟື້ນຕົວຢ່າງແຂງແຮງ, ໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍກວ່າ 2,3 ລ້ານຄົນໃນເຄິ່ງຕົ້ນປີ 2025. ສິ່ງ​ດັ່ງ​ກ່າວ​ໄດ້​ຊຸກ​ຍູ້​ຂະ​ແໜງ​ການ​ຄ້າ​ຂາຍ​ຍ່ອຍ, ການ​ບໍ​ລິ​ການ, ການ​ຂົນ​ສົ່ງແລະພາກອຸດສາຫະກໍາຄາດວ່າຈະຂະຫຍາຍຕົວ 3.6...

ກະຊວງການເງິນ ປະເມີນຜົນງານ ຜູ້ບໍລິຫານວິສາຫະກິດລັດລົງທຶນ ຢ່າງເຂັ້ມງວດ ເພື່ອເພີ່ມປະສິດທິພາບການບໍລິຫານງານຂອງລັດ

ກະຊວງການເງິນໄດ້ເພີ່ມຄວາມເຂັ້ມງວດໃນການກວດກາ ປະເມີນຜົນງານ ຂອງບັນດາວິສາຫະກິດທີ່ລັດລົງທຶນ, ໂດຍໄດ້ອອກຂໍ້ຕົກລົງສະບັບໃໝ່ທີ່ເຊື່ອມໂຍງຄວາມໝັ້ນຄົງໃນໜ້າທີ່ການງານ, ເງິນໂບນັດ ແລະ ການປົດຕຳແໜ່ງຂອງຜູ້ບໍລິຫານລະດັບສູງຝ່າຍລັດ ໂດຍອີງໃສ່ຜົນງານ ເປັນຫຼັກເພື່ອເພີ່ມປະສິດທິພາບໃນການບໍລິຫານງານຂອງພວກເຂົາ. ການດຳເນີນງານຄັ້ງນີ້ມີຂຶ້ນພາຍຫຼັງຄວາມເປັນຫ່ວງທີ່ຖືກຍົກຂຶ້ນມາໂດຍປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດກ່ຽວກັບປະສິດທິພາບຂອງຜູ້ບໍລິຫານລະດັບສູງໃນລັດວິສາຫະກິດທີ່ສຳຄັນ, ເຊິ່ງຫຼາຍແຫ່ງມັກຈະດຳເນີນທຸລະກິດແບບຂາດທຶນ. ພາຍໃຕ້ຂໍ້ຕົກລົງດັ່ງກ່າວທີ່ອອກມາເມື່ອບໍ່ດົນມານີ້, ຜູ້ບໍລິຫານທີ່ບໍ່ສາມາດເຮັດວຽກໄດ້ຕາມເປົ້າໝາຍ ຫຼື ປະຕິເສດທີ່ຈະເຂົ້າຮ່ວມຂະບວນການປະເມີນຜົນຈະຖືກຕັດເງິນໂບນັດ, ສ່ຽງຕໍ່ການໂຍກຍ້າຍ, ແລະ ຖ້າຫາກບັນຫາຍັງຄົງຢູ່, ຈະຖືກປົດອອກຈາກຕຳແໜ່ງ ແລະ ຖືກຫ້າມບໍ່ໃຫ້ດຳລົງຕຳແໜ່ງບໍລິຫານລະດັບສູງເປັນເວລາ 3 ປີ. ການປະຕິຮູບເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການເພີ່ມປະສິດທິພາບ, ຄວາມໂປ່ງໃສ,...

ທະນາຄານ 3 ລາວ ເຂົ້າຮ່ວມເຄືອຂ່າຍພັນທະມິດ ທະນາຄານການຄ້າສີຂຽວ ສາກົນ (IFC)

ທະນາຄານ 3 ແຫ່ງຈາກ ສປປ ລາວ ໄດ້ແກ່ ທະນາຄານລາວ-ຝຣັ່ງ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພົງສະຫວັນ ຈໍາກັດ ຈາກ ສປປ ລາວ ໄດ້ເຂົ້າຮ່ວມເຄືອຂ່າຍພັນທະມິດທະນາຄານການຄ້າສີຂຽວ ຂອງອົງການການເງິນສາກົນ (IFC) ເພື່ອສະໜັບສະໜູນການຫັນເປັນ ທະນາຄານເພື່ອຄວາມຍືນຍົງ ດ້ານສິ່ງແວດລ້ອມ ໃນອາຊີ-ປາຊີຟິກ ໃນວັນທີ 9 ກັນຍາ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은