14 C
Laos
ວັນພະຫັດ,ມັງກອນ,29
spot_img

ເສະຖະກິດ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ລາວ ເລັ່ງປະຕິຮູບ ວິສາຫະກິດທັງລະບົບ ຫຼັງວິສາຫະກິດຂອງລັດຖະບານ ຂາດທຶນລວມກວ່າ 2,358 ຕື້ກີບ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ  ໄດ້ອອກຄຳສັ່ງຢ່າງເຂັ້ມງວດໃຫ້ເລັ່ງການປະຕິຮູບວິສາຫະກິດລັດທັງລະບົບ ພາຍຫຼັງຕົວເລກເປີດເຜີຍວ່າວິສາຫະກິດລັດທັງໝົດຂາດທຶນລວມກວ່າ 2,358 ຕື້ກີບໃນປີ 2024. ໂຕເລກດັ່ງກ່າວ ຖືກລາຍງານໃນກອງປະຊຸມຄະນະກຳມະການປະຕິຮູບວິສາຫະກິດລັດທີ່ຈັດຂຶ້ນໃນວັນພຸດທີ່ຜ່ານມາ, ປະທານປະເທດໄດ້ເນັ້ນໜັກວ່າການປະຕິຮູບແມ່ນ “ວຽກງານທີ່ຈຳເປັນ ແລະ ຮີບດ່ວນ” ເພື່ອປ່ຽນວິສາຫະກິດເຫຼົ່ານີ້ຈາກການຂາດທຶນເປັນກຳລັງຂັບເຄື່ອນເສດຖະກິດ. ຕາມລາຍງານຂອງທ່ານ ດຣ. ກິແກ້ວ ຈັນທະບູລີ, ຮອງປະທານຄະນະກຳມະການ, ພຽງແຕ່ 78 ວິສາຫະກິດຈາກທັງໝົດ...

ລາວ ແລະ ຫວຽດນາມ ສົ່ງເສີມໂຄງການຮ່ວມມືດ້ານເສດຖະກິດສຳລັບປີ 2026

ລາວ ແລະ ຫວຽດນາມ ໄດ້ອະນຸມັດແຜນການຮ່ວມມືສຳລັບປີ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງເພື່ອເສີມສ້າງສາຍພົວພັນທາງເສດຖະກິດສອງຝ່າຍທ່າມກາງການຄ້າທີ່ເພີ່ມຂຶ້ນ. ຂໍ້ຕົກລົງດັ່ງກ່າວໄດ້ບັນລຸໄດ້ໃນລະຫວ່າງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 48, ໂດຍມີທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນທອນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ ມິງ ຈິນ ເປັນປະທານຮ່ວມ. ຜູ້ນຳທັງສອງໄດ້ຕົກລົງເຫັນດີວ່າສາຍພົວພັນທີ່ໃກ້ຊິດໃນດ້ານການເມືອງ, ການພົວພັນສາກົນ, ການປ້ອງກັນປະເທດ, ແລະ ຄວາມໝັ້ນຄົງຍັງຄົງເປັນພື້ນຖານທີ່ແຂງແກ່ນສຳລັບການຂະຫຍາຍກິດຈະກຳທາງເສດຖະກິດ ,ການເພີ່ມຂຶ້ນຢ່າງໄວວາຂອງການຄ້າສອງຝ່າຍສະທ້ອນໃຫ້ເຫັນເຖິງປະສິດທິພາບຂອງກົນໄກການຮ່ວມມືທີ່ມີຢູ່. ການຄ້າສອງຝ່າຍຄາດວ່າຈະບັນລຸປະມານ 3...

ຫວຽດນາມ ຄາດວ່າການສົ່ງອອກເຂົ້າ ຫລຸດລົງ 11,5% ໃນປີນີ້ 2025.

ຕາມລາຍງານ ກົມພາສີ ຫວຽດນາມ, ຄາດວ່າ ການສົ່ງອອກເຂົ້າ ໃນປີນີ້ ຈະຫລຸດລົງປະມານ 11,5% ລວມມີ 8 ລ້ານໂຕນ, ໂດຍສະເພາະ, ການສົ່ງອອກ ໄປຍັງ ຟີລິບປິນ ຊຶ່ງເປັນ ຕະຫລາດ ໃຫຍ່ທີ່ສຸດຂອງປະເທດ ຫລຸດລົງ ຢ່າງຫລວງຫລາຍ. ຫວຽດນາມ ເປັນປະເທດ ສົ່ງອອກເຂົ້າ ຈັດເປັນ ອັນດັບ...

ແຮງງາລາວຢູ່ຕ່າງປະເທດສົ່ງເງິນກັບບ້ານ ຫຼາຍກວ່າ 366 ລ້ານໂດລາ ໃນ 6 ເດືອຂທຳອິດ ຂອງປີ 2025

ແຮງງານລາວທີ່ຢູ່ຕ່າງປະເທດໄດ້ສົ່ງເງິນກັບບ້ານປະມານ 366 ລ້ານໂດລາສະຫະລັດ ໃນຫົກເດືອນທຳອິດຂອງປີນີ້, ອີງຕາມຕົວເລກທີ່ອອກໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ກະຊວງໄດ້ລາຍງານຄວາມຄືບໜ້າຢ່າງຕໍ່ເນື່ອງໃນການເຄື່ອນຍ້າຍແຮງງານໃນໄລຍະຫ້າປີຜ່ານມາ, ໂດຍມີພົນລະເມືອງລາວ 350,567 ຄົນເຮັດວຽກຢູ່ຕ່າງປະເທດລະຫວ່າງປີ 2021 ແລະ 2025. ໃນຈຳນວນເງິນທີ່ສົ່ງມາທັງໝົດ, 32.5 ລ້ານໂດລາສະຫະລັດໄດ້ຖືກໂອນຜ່ານລະບົບທະນາຄານ, ລວມທັງ 8.3 ລ້ານໂດລາສະຫະລັດທີ່ສົ່ງຜ່ານທະນາຄານອິນດູຈີນ ແລະ 24.2 ລ້ານໂດລາສະຫະລັດຜ່ານທະນາຄານການຄ້າຕ່າງປະເທດລາວ. ຂໍ້ມູນອັບເດດໄດ້ຖືກແບ່ງປັນໃນລະຫວ່າງກອງປະຊຸມກ່ຽວກັບການຈ້າງງານຢູ່ຕ່າງປະເທດທີ່ປອດໄພ ແລະ ຖືກກົດໝາຍ, ເຊິ່ງຈັດຂຶ້ນໃນອາທິດນີ້ທີ່ວິທະຍາໄລເຕັກນິກ...

ທຫລ ປັບຫຼຸດອັດຕາດອກເບ້ຍ 0.5% ຈາກ 9% ລົງມາເປັນ 8.5% ຕໍ່ປີ ເພື່ອກະຕຸ້ນເສດຖະກິດ, ຮັກສາສະຖຽນລະພາບການເງິນລາວ.

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກມາດ ຕະການສໍາຄັນທາງດ້ານການເງິນເພື່ອຮັບມືກັບສະ ພາບເສດຖະກິດທີ່ທ້າທາຍ ໂດຍໃນກອງປະຊຸມ ຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ IV ປະຈຳປີ 2025 ເມື່ອວັນທີ 20 ພະຈິກ 2025. ທຫລ ໄດ້ຕົກລົງໃຈປັບຫຼຸດອັດຕາດອກເບ້ຍພື້ນຖານ ໄລຍະ 7 ວັນ ຈາກ 9% ລົງມາເປັນ...

ຫວຽດນາມ ຈະສ້າງລົດໄຟໃຕ້ດິນສາຍໃໝ່ ຄາດວ່າອີກ 3 ປີ ພ້ອມໃຊ້ງານ 2028.

ສຳນັກຂ່າວ ອິນໂຟເຄວສແລະ ນັກຂ່າວ ຫວຽດນາມ ລາຍງານ ນະຄອນໂຮຈິມິນ ຊຶ່ງເປັນ ສູນກາງ ທາງພາກໃຕ້ ຂອງ ຫວຽດນາມ ຈະເລີ່ມກໍ່ສ້າງ ທາງລົດໄຟໃຕ້ດິນ ສາຍໃໝ່ ໃນວັນທີ 19 ທັນວາ 2025 ນີ້ , ໂດຍມີ ມູນຄ່າການລົງທຶນ ປະມານ 3,3...

ກຳປູເຈຍ ສົ່ງອອກສິນຄ້າໄປ ເອີຣົບ-ອາຊຽນ ເພີ່ມຂຶ້ນ17,3% ໃນໄລຍະ 10 ເດືອນຂອງ ປີ 2025.

ກະຊວງ ການຄ້າ ກຳປູເຈຍ ລາຍງານ ຍອດການ ສົ່ງອອກ ຂອງ ກຳປູເຈຍໄປຍັງ ເອີຣົບ(ອີຢູ) ແລະ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ເຕີບໂຕຂຶ້ນ ໃນໄລຍະ 10 ເດືອນຂອງ ປີ 2025. ໂດຍສິນຄ້າ ກຳປູເຈຍ ສົ່ງໄປຍັງ ຕະຫລາດ ອີຢູ...

ເສດຖະກິດຂະຫຍາຍຕົວ ສະເລ່ຍ 5 ປີ ຢູ່ໃນລະດັບ 4.24% ຫາ 4.8% ມາຮອດປີ 2025

ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວ 5 ປີ ສະເລ່ຍຢູ່ໃນລະດັບ 4.24%, ລະດົມທຶນຮອນທົ່ວສັງຄົມໄດ້ 342,406 ຕື້ກີບ ການສົ່ງອອກຜົນຜະລິດກະສິກໍາ ໄດ້ 7,890 ລ້ານໂດລາ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 10...

ລັດຖະບານ ” ໂດນັນ ທຣຳ “ບັນລຸຂໍ້ຕົກລົງ ການຍົກເລິກພາສີນໍາເຂົ້າ ບາງສ່ວນ ຈາກ 4 ປະເທດ

ສຳນັກຂ່າວ ອິນໂຟເຄວສ ລາຍງານ ທຳນຽບຂາວເປີດເຜີຍວ່າ ລັດຖະບານ ຂອງ ປະທານາທິບໍດີ ໂດນັນ ທຣຳຂອງ ສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ການຄ້າ ທະວີພາຄີ ກັບ ອາກຊັງຕິນ , ກົວເຕມາລາ, ແອນຊານວາດໍ ແລະ ເອກວາດໍ. ຕາມຂໍ້ຕົກລົງດັ່ງກ່າວ ສ.ອາເມລິກາ ຈະຍົກເລີກ ມາດຕະການ...

ລັດຖະບານ ເລັ່ງແກ້ໄຂບັນ ຫາເງິນເຟີ້, ຄ່າໄຟຟ້າ ແລະ ລາຄາສິນຄ້າທີ່ສູງຂຶ້ນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງເພີ່ມເຕີມຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ ທີ່ຜ່ານມານີ້ ທີ່ຫໍສະພາແຫ່ງຊາດວ່າ : ລັດຖະບານຂໍຢືນຢັນອີກເທື່ອໜຶ່ງວ່າ ລັດຖະບານ ໄດ້ຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은