spot_img

ເສດຖະກິດ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ກະຊວງການເງິນເປີດເຜີຍຕົວເລກເສດຖະກິດ ເກີນເປົ້າ 54% ໃນ 6 ເດືອນຕົ້ນປີ 2026

ກະຊວງການເງິນເປີດເຜີຍຕົວເລກເສດຖະກິດ ເກັບລາຍຮັບໄດ້ກວ່າ 44,956 ຕື້ກີບ ບັນລຸ 54% ຂອງແຜນການປີ ພ້ອມຮັດສາຍແອວການໃຊ້ຈ່າຍຈົນສ້າງຄວາມຫວັງໃຫ້ງົບປະມານທ້າຍປີເກີນດຸນເຖິງ 2,200 ຕື້ກີບ ໃນ6 ເດືອນຕົ້ນປີ 2026 ຄວາມສຳເລັດນີ້ເປັນຜົນຈາກການບຸກທະລຸອັດຊ່ອງຫວ່າງການຮົ່ວໄຫຼ ແລະ ການຍົກລະດັບນະໂຍບາຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ເພື່ອສ້າງສະຖຽນລະພາບມະຫາພາກຂອງລາວຢ່າງຍືນຍົງ. ຕາມການລາຍງານຂອງກະຊວງດັ່ງກ່າວ, ບາດກ້າວສຳຄັນດັ່ງກ່າວໄດ້ຖືກລາຍງານຢ່າງເປັນທາງການໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານປະຈຳເຄິ່ງປີ ທີ່ຈັດຂຶ້ນຜ່ານລະບົບທາງໄກໃນວັນທີ 24 ສິງຫາ...

ຈີນ ເຂັ້ມງວດການສົ່ງອອກໂດຣນ ໄປຍັງ ສ.ອາເມລິກາ ເລີ່ມບັງຄັບໃຊ້ຕັ້ງແຕ່ ວັນທີ 5 ສິງຫາ 2026

ສຳນັກຂ່າວຊິນຮວາ ລາຍງານ ເມື່ອບໍ່ດົນມານີ້, ກະຊວງ ການຄ້າຂອງຈີນ ປະກາດ ຍົກລະດັບ ການຄວບຄຸມ ການສົ່ງອອກ ສິນຄ້າ ທີ່ນຳໃຊ້ໄດ້ ສອງທາງ (Dual-use) ທີ່ກ່ຽວຂ້ອງກັບ ໂດຣນ ໄປຍັງ ສ.ອາເມລິກາ ໂດຍເລີ່ມ ມີຜົນບັງຄັບໃຊ້ ຕັ້ງແຕ່ ວັນທີ 5 ສິງຫາ 2026ເປັນຕົ້ນໄປ. ຈຸດປະສົງຕົ້ນຕໍ...

ລາວ ແລະ ຫວຽດນາມ ເລັ່ງຊຸກຍູ້ການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ພາຍໃນປີ 2030.

ລາວ ແລະ ຫວຽດນາມ ເລັ່ງຊຸກຍູ້ການຄ້າສອງຝ່າຍໃຫ້ບັນລຸ 4 ຕື້ໂດລາສະຫະລັດພ້ອມເດີນໜ້າໂຄງການຍຸດທະສາດທໍ່ສົ່ງນ້ຳມັນ ແລະ ນິຄົມອຸດສາຫະກຳປຸງແຕ່ງແຮ່ທາດ ເພື່ອແກ້ໄຂບັນຫາພະລັງງານໄລຍະຍາວ ແລະ ຍົກລະດັບເສດຖະກິດຂອງທັງສອງຊາດໃຫ້ຂະຫຍາຍຕົວ ບັນລຸ 10 ຕື້ໂດລາສະຫະລັດ ພາຍໃນປີ 2030. ຕາມການລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ການເຄື່ອນໄຫວທີ່ສຳຄັນນີ້ເກີດຂຶ້ນໃນວັນທີ 31 ກໍລະກົດ 2026 ທີ່ຜ່ານມາ...

ລາວສົ່ງອອກສິນຄ້າກະສິກໍາ ຜ່ານດ່ານສາກົນພູເກືອ ໄດ້ 23.6 ລ້ານກວ່າໂດລາ ໃນເດືອນມິຖຸນາ 2026

ການສົ່ງອອກ ສິນຄ້າກະສິກໍາ ຢູ່ດ່ານສາກົນ ພູເກືອ ແຕ່ ວັນທີ 01-30 ມິຖຸນາ ໂດຍສະເພາະພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ 25,754.35 ໂຕນ ແລະ ລວມເປັນມູນຄ່າທັງໝົດ 23,680,417.27 ໂດລາສະຫະລັດ, ສິນຄ້າ ສ່ວນຫຼາຍ ແມ່ນໄດ້ສົ່ງອອກໄປຍັງ ປະເທດ ສສ ຫວຽດນາມ,...

ທະນາຄານໂລກ ຄາດການ ເສດຖະກິດລາວ ເຕີບໂຕຫຼຸດລົງຢູ່ທີ່ 3.8% ໃນປີ 2026

ຍ້ອນຜົນກະທົບຈາກລາຄານໍ້າມັນໂລກທີ່ຜັນຜວນ ແລະ ເງິນເຟີ້ພາຍໃນປະເທດທີ່ດີດໂຕສູງຂຶ້ນ ຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ກຳລັງຊື້ຂອງຄົວເຮືອນ ໂດຍສະເພາະກຸ່ມຜູ້ມີລາຍໄດ້ນ້ອຍ ພ້ອມທັງຮຽກຮ້ອງໃຫ້ລັດຖະບານເລັ່ງຮັກສາສະຖຽນລະພາບ ແລະ ສືບຕໍ່ປະຕິຮູບໂຄງສ້າງເສດຖະກິດຢ່າງຈິງຈັງ. ອີງຕາມບົດລາຍງານການຕິດຕາມສະພາບເສດຖະກິດ ຂອງ ສປປ ລາວ ສະບັບເດືອນມິຖຸນາ 2026 ພາຍໃຕ້ຫົວຂໍ້ “ການເພີ່ມທະວີຄວາມຄືບໜ້າໃນການປະຕິຮູບທ່າມກາງຄວາມຜັນຜວນ” ລະບຸວ່າ ເຖິງແມ່ນວ່າ ສປປ ລາວ ຈະສາມາດປັບປຸງສະຖານະພາບເສດຖະກິດມະຫາພາກໃຫ້ດີຂຶ້ນໃນຕົ້ນປີນີ້ ໂດຍມີຄັງສຳຮອງເງິນຕາຕ່າງປະເທດ ເຖິງ 4.2 ຕື້ໂດລາສະຫະລັດໃນເດືອນມີນາທີ່ຜ່ານມາ...

ອາຊຽນ-ຈີນ ເປັນຄູ່ຄ້າໃຫຍ່ທີ່ສຸດ ຂະຫຍາຍໂຕສະເລ່ຍ 1 ພັນຕື້ໂດລາຕໍ່ປີ.

ອາຊຽນ-ຈີນ ໄດ້ກ້າວຂຶ້ນເປັນຄູ່ຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນມາຫລາຍປີຕິດຕໍ່ກັນ ດ້ວຍມູນຄ່າການຄ້າຮ່ວມກັນ ສະເລ່ຍທີ່ຄາດໄວ້ສູງກວ່າ 1 ພັນຕື້ໂດລາ ສະຫະ ລັດຕໍ່ປີ, ທ່າມກາງ ເສດຖະກິດໂລກຜະເຊີນກັບ ຄວາມບໍ່ແນ່ນອນ ຈາກຄວາມຂັດແຍ່ງ ທາງພູມສາດການ ເມືອງ, ການກີດກັ້ນທາງການຄ້າ ແລະ ຄວາມຜັນຜວນຂອງ ຕະຫລາດໂລກ, ແຕ່ ການພົວພັນທາງການຄ້າ ລະຫວ່າງອາຊຽນ-ຈີນຍັງຂະຫຍາຍໂຕຟົດຟື້ນຢ່າງຕໍ່ເນື່ອງ. ຕໍ່ກັບທ່າອ່ຽງນັ້ນໄດ້ເກີດມີ ຄໍາຖາມວ່າເປັນຫຍັງການຮ່ວມມື ດ້ານການຄ້າອາຊຽນ-ຈີນຈຶ່ງເຂັ້ມແຂງແທ້?...

ADB ຄາດຄະເນອັດຕາການເຕີບໃຫຍ່ຂອງເສດຖະກິດ ອາຊີ ໄວ້ໃນລະດັບ 4.6% ໃນປີ 2026

ທະນາຄານພັດທະນາອາຊີ ຫລື ADB ຫລຸດຄາດຄະເນການຂະຫຍາຍຕົວທາງເສດຖະກິດປີ 2026 ຂອງກຸ່ມປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້ມາຢູ່ 4.6% ເນື່ອງຈາກໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງໃນພາກພື້ນຕາເວັນອອກກາງທີ່ສົ່ງຜົນເຮັດໃຫ້ລາຄາພະລັງງານ ແລະ ອາຫານໃນຕະຫລາດໂລກເພີ່ມສູງຂຶ້ນ ຈົນກາຍເປັນແຮງກົດດັນຕໍ່ອັດຕາເງິນເຟີ້ທົ່ວພາກພື້ນ. ສໍາລັບປະເທດລາວ, ADB ຄາດຄະເນອັດຕາການເຕີບໃຫຍ່ທາງເສດຖະກິດໄວ້ໃນລະດັບ 4.0% ໃນປີ 2026 ແລະ 4.5% ໃນປີ 2027. ຂະນະທີ່ຫວຽດນາມຍັງຮັກສາຕໍາແໜ່ງເສດຖະກິດເຕີບໃຫຍ່ໄວທີ່ສຸດໃນພາກພື້ນ ໂດຍມີແຮງຂັບເຄື່ອນຈາກການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຂະແໜງການຜະລິດ, ການສົ່ງອອກ ແລະ...

ລາວ ເຊີນຊວນ ຍີ່ປຸ່ນໃຫ້ລົງທຶນຫຼາຍຂຶ້ນໃນດ້ານພະລັງງານ ແລະ ກະສິກຳສະອາດ.

ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ໃຊ້ກອງປະຊຸມທຸລະກິດລາວ-ຍີ່ປຸ່ນ ທີ່ໂຕກຽວ ເພື່ອຊຸກຍູ້ການລົງທຶນຂອງຍີ່ປຸ່ນໃນ ສ.ປ.ປ. ລາວ ໃຫ້ຫຼາຍຂຶ້ນ, ໂດຍເນັ້ນໃສ່ໂອກາດຕ່າງໆໃນດ້ານກະສິກຳສະອາດ, ການຜະລິດ, ພະລັງງານທົດແທນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການບໍລິການທີ່ກ່ຽວຂ້ອງ. ໃນການກ່າວຄຳປາໄສຕໍ່ເຈົ້າໜ້າທີ່ລັດຖະບານ ແລະ ຜູ້ນຳທຸລະກິດໃນລະຫວ່າງງານດັ່ງກ່າວ, ເຊິ່ງຈັດຂຶ້ນຢູ່ນອກກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີຄັ້ງທີ 31, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຂະຫຍາຍການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ...

ລາວ ລົງນາມເປັນສະມາຊິກແລວທາງລົດໄຟ ໝາຍເລກທີ່ 2 ຂອງອົງການຮ່ວມມືລະຫວ່າງທາງລົດໄຟທີ່ເຊື່ອມຕໍ່ 6 ປະເທດ.

ຄະນະຜູ້ແທນແຫ່ງ ສປປ ລາວ ນຳໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອົງການຮ່ວມມືລະຫວ່າງທາງລົດໄຟ ຄັ້ງທີ 53 ເມື່ອບໍ່ດົນມານີ້, ທີ່ເມືອງດູຊານແບ ປະເທດ ທາຈິກິສຖານ. ຜົນສຳເລັດສຳຄັນໃນການເຂົ້າຮ່ວມກອງປະຊຸມນີ້ແມ່ນລົງນາມໃນບົດບັນທຶກການຮ່ວມມືເພື່ອເຂົ້າຮ່ວມເປັນສະມາຊິກແລວທາງລົດໄຟ ໝາຍເລກທີ່ 2 ຂອງອົງການຮ່ວມມືລະຫວ່າງທາງລົດໄຟທີ່ເຊື່ອມຕໍ່ 6 ປະເທດຄື: ສປປ...

ການນຳແຂວງຄຳມ່ວນ ລົງກວດກາຄວາມຄືບໜ້າໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 12 ມູນຄ່າ 1.833 ຕື້ບາດ.

ໃນວັນທີ 10 ມິຖຸນາ, ເລຂາທິການຄະນະພັກແຂວງ ແລະ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະຜູ້ແທນ ໄດ້ລົງກວດກາຄວາມຄືບໜ້າຂອງໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 12. ໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 12 ເລີ່ມຕົ້ນທີ່ຈຸດຕັດກັບທາງຫຼວງແຫ່ງຊາດເລກທີ 13 ໃຕ້ ທີ່ເມືອງທ່າແຂກ ແລະ ສິ້ນສຸດທີ່ດ່ານຊາຍແດນສາກົນນາພ້າວ ຊາຍແດນລາວ-ຫວຽດນາມ. ເສັ້ນທາງຫຼັກມີຄວາມຍາວ 144 ກິໂລແມັດ, ພ້ອມກັບທາງອ້ອມທ່າແຂກ 4 ກິໂລແມັດ, ເຮັດໃຫ້ຄວາມຍາວທັງໝົດຂອງໂຄງການເປັນ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은