ໃນວັນທີ 20 ຕຸລາ 2026 ທີ່ສະຖານທູດຍີ່ປຸ່ນປະຈຳລາວ ໄດ້ມີພິທີເຊັນສັນຍາ ລັດຖະບານຍີ່ປຸ່ນຊ່ວຍເຫລືອ ໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້ໂຄງການຊ່ວຍເຫລືອຂັ້ນຮາກຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ ມູນຄ່າ 108,610 ໂດລາ.
ຕ່າງໜ້າລັດຖະບານຍີ່ປຸ່ນ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຝ່າຍລາວ ທ່ານ ສຽວສະຫວາດ ນາມເສນາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງລະຄອນເພັງ, ມີ ທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກແຂວງສາລະວັນ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ ຈະສະໜັບສະໜູນທຶນຮອນໃນການຂະຫຍາຍທໍ່ນ້ຳປະປາຈາກລະບົບທໍ່ສົ່ງນ້ຳທີ່ມີຢູ່ໃນປັດຈຸບັນ ໄປເຖິງ 3 ບ້ານ (ບ້ານນາພະບາງໃຫຍ່, ບ້ານນາທົ່ມ ແລະ ນາພະບາງນ້ອຍ) ໃນເມືອງລະຄອນເພັງ ແຂວງສາລະວັນ ເພື່ອຍົກລະດັບການເຂົ້າເຖິງນ້ຳທີ່ສະອາດ ແລະ ປອດໄພຂອງປະຊາຊົນໃນຊຸມຊົນ.
ທ່ານທູດ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວວ່າ “ເຖິງວ່າຢູ່ເທດສະບານເມືອງລະຄອນເພັງ ໄດ້ມີການຕິດຕັ້ງລະບົບນ້ຳປະປາແລ້ວ, ແຕ່ປະຊາຊົນໃນ 3 ບ້ານຍັງບໍ່ສາມາດເຂົ້າເຖິງນ້ຳສະອາດໄດ້ ຈຳເປັນຕ້ອງໄດ້ອາໄສນ້ຳຈາກບໍ່ບາດານເລິກ ແລະ ນ້ຳຝົນ ເປັນຕົ້ນຕໍ.
ໂຄງການດັ່ງກ່າວຈະໄດ້ຂະຫຍາຍທໍ່ນ້ຳປະປາ ເພື່ອເຊື່ອມຕໍ່ທໍ່ສົ່ງນ້ຳໃໝ່ເຂົ້າກັບລະບົບນ້ຳປະປາຂອງໂຮງງານນ້ຳປະປາທີ່ມີຢູ່ແລ້ວ ໄປຍັງ 3 ບ້ານ ຊຶ່ງໂຮງງານດັ່ງກ່າວກໍໄດ້ຮັບການຊ່ວຍເຫຼືອຈາກອົງການ JICA ໃນການສະໜອງນ້ຳສະອາດທີ່ປອດໄພເຊັ່ນກັນ. ຂ້າພະເຈົ້າຄາດຫວັງວ່າພາຍຫຼັງທີ່ການກໍ່ສ້າງສຳເລັດແລ້ວຈະຊ່ວຍປະກອບສ່ວນເຮັດໃຫ້ສະພາບແວດລ້ອມການເປັນຢູ່ ແລະ ສຸຂາພະລານາໄມຂອງປະຊາຊົນໃນ 3 ບ້ານ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນໂດຍໄວ.”
ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ແຂວງສາລະວັນ ລວມເປັນມູນຄ່າຫຼາຍກວ່າ 2,035,000 ໂດລາ ເປັນຕົ້ນແມ່ນ ໃນດ້ານສາທາລະນະສຸກ, ການສຶກສາ ແລະ ໂຄງລ່າງພື້ນຖານໃນໄລຍະຜ່ານມາ. ປະເທດຍີ່ ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ“ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.
ທີ່ມາ : ໜັງສືພິມປະຊາຊົນ






