ເຈົ້າໜ້າທີ່ ບັງຄັບໃຊ້ ກົດໝາຍ ຈາກ ສະຫະລັດ, ລາວ ແລະ ໄທ ກໍາລັງ ຮ່ວມມື ຮ່ວມກັນ ເພື່ອ ແບ່ງປັນ ຂໍ້ມູນ ສືບລັບ ເພື່ອ ແກ້ໄຂ ອາດຊະຍາກຳ ຂ້າມຊາດ ທີ່ ເພີ້ມຂຶ້ນ ຕາມຊາຍແດນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຍສະເພາະ ໃນເຂດ ສາມຫລ່ຽມຄຳ.
ຂໍ້ລິເລີ່ມສາມຝ່າຍມີຂຶ້ນຫຼາຍເດືອນຫຼັງຈາກຫ້ອງການຢາເສບຕິດ ແລະ ອາຊະຍາກຳຂອງສະຫະປະຊາຊາດ (UNODC) ໄດ້ເຕືອນໃນເດືອນພຶດສະພາວ່າ ສາມຫລ່ຽມຄຳໄດ້ກາຍເປັນສູນກາງທີ່ມີຊື່ສຽງໃນການຜະລິດ ແລະ ຄ້າຢາເສບຕິດຜິດກົດໝາຍ.
ການພົບປະແລກປ່ຽນຄັ້ງນີ້ ເປັນສ່ວນໜຶ່ງຂອງບັນດາການເຄື່ອນໄຫວທີ່ຈັດໂດຍຜູ້ຕາງໜ້າດ້ານຄວາມປອດໄພ ແລະ ການບັງຄັບໃຊ້ກົດໝາຍຂອງສະຫະລັດອາເມລິກາ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງລາວ ແລະ ໄທ ເພື່ອຢຸດຕິອາດຊະຍາກຳຂ້າມຊາດທີ່ສົ່ງຜົນກະທົບຕໍ່ຊີວິດ, ຊຸມຊົນ ແລະ ເສດຖະກິດຕາມຊາຍແດນ ແລະ ຕ່າງປະເທດ.
ໃນຖະແຫຼງການທີ່ລົງເວັບໄຊຂອງສະຖານທູດ ແລະ ສະຖານກົງສຸນອາເມລິກາປະຈຳໄທໃນວັນທີ 26 ກັນຍາ 2025, ກອງປະຊຸມດັ່ງກ່າວມີຫົວຂໍ້ວ່າ “ການພົບປະແລກປ່ຽນຂໍ້ມູນຂ່າວສານໄທ-ລາວກ່ຽວກັບຄວາມປອດໄພຊາຍແດນ”ໄດ້ໄຂຂຶ້ນຢູ່ແຂວງໜອງຄາຍ.
ກອງປະຊຸມຍັງດຳເນີນໄປອີກໜຶ່ງເດືອນກ່ອນທີ່ມາເລເຊຍຈະຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ກັບບັນດາຄູ່ເຈລະຈາໃນທ້າຍເດືອນຕຸລາ, ເຊິ່ງຄາດວ່າບັນດາຜູ້ນຳໃນພາກພື້ນ ແລະ ສາກົນຈະປຶກສາຫາລືບັນຫາຄວາມປອດໄພທີ່ສຳຄັນ.
ຖະແຫຼງການລະບຸວ່າ: ການເພີ່ມທະວີການຮ່ວມມືຂ້າມຊາຍແດນລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອຕ້ານອາດຊະຍາກຳຂ້າມຊາດຈະແມ່ນວາລະສຳຄັນທີ່ກອງປະຊຸມສຸດຍອດອາຊຽນໃນເດືອນໜ້າຢູ່ກົວລາລຳເປີ.”
ການຜະລິດຢາເສບຕິດທີ່ຜິດກົດໝາຍ, ອາດຊະຍາກຳທາງອິນເຕີເນັດ, ການຄ້າຢາເສບຕິດ, ຫ້ອງທົດລອງການຜະລິດຢາສັງເຄາະ, ການລັກລອບມະນຸດ, ແລະ ການຟອກເງິນ ຍັງເປັນບັນຫາ ອັນຫນ້າປວດຫົວ ຕໍ່ຜູ້ອອກນະໂຍບາຍ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍອີກດ້ວຍ.
ຖະແຫຼງການກ່າວວ່າ, “ບັນດາຫົວຂໍ້ທີ່ໄດ້ກ່າວລວມມີບັນດາວິທີຍຸດທະສາດໃນການປັບປຸງການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ເພື່ອຕ້ານການເຄື່ອນໄຫວທີ່ຜິດກົດໝາຍເຊັ່ນການຄ້າມະນຸດ, ການຂູດຮີດເດັກ, ການຄ້າຢາເສບຕິດ, ການຄ້າອາວຸດ, ການສໍ້ໂກງທາງອິນເຕີແນັດ.”
ອົງການ UNODC, ໃນບົດລາຍງານໃນເດືອນພຶດສະພາຂອງຕົນ, ເປີດເຜີຍວ່າ ຢາບ້າ 236 ໂຕນຖືກຍຶດຢູ່ໃນອາຊີຕາເວັນອອກ ແລະ ຕາເວັນອອກສຽງໃຕ້ ໃນປີກາຍນີ້, ເພີ່ມຂຶ້ນ 24 ເປີເຊັນ ເມື່ອທຽບໃສ່ປີ 2013.
ບົດລາຍງານຍັງໃຫ້ຂໍ້ສັງເກດວ່າ, ກຸ່ມຄ້າຢາເສບຕິດພວມສວຍໃຊ້ເສັ້ນທາງການຄ້າທາງທະເລທີ່ເຊື່ອມຕໍ່ມາເລເຊຍ, ອິນໂດເນເຊຍ, ແລະຟີລິບປິນ, ເຊິ່ງຊີ້ໃຫ້ເຫັນເຖິງການເຄື່ອນໄຫວຂອງການຄ້າຢາເສບຕິດຂ້າມຊາດ.
ຖະແຫຼງການກ່າວວ່າ: ຂໍ້ລິເລີ່ມນີ້ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຮ່ວມຂອງສະຫະລັດ, ລາວ, ໄທ ໃນການຊຸກຍູ້ຄວາມໝັ້ນຄົງຂອງພາກພື້ນ ແລະ ເພີ່ມທະວີການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ.
ເຂດສາມຫຼ່ຽມຄຳທີ່ມີຊື່ສຽງເຄີຍເປັນສູນກາງຂອງການຜະລິດ ແລະ ຄ້າຂາຍຝິ່ນໃນຊຸມປີ 1970, ມີຊາຍແດນຕິດຈອດກັບລາວ, ມຽນມາ ແລະ ໄທ, ໄດ້ຖືກລົບລ້າງດ້ວຍການຊ່ວຍເຫລືອຂອງອົງການຄວາມໝັ້ນຄົງສາກົນ ແລະ ພາກພື້ນ.