ນັກສຶກສາລາວສອງຄົນໄດ້ຮັບລາງວັນຊະນະເລີດ, ເຊິ່ງເປັນຂີດໝາຍປະຫວັດສາດສຳລັບລາວ ເພາະມັນເປັນຄັ້ງທຳອິດທີ່ນັກສຶກສາລາວໄດ້ຮັບລາງວັນໃນການແຂ່ງຂັນລະດັບພາກພື້ນທີ່ມີຊື່ສຽງນີ້.
ທັງສອງໄດ້ຮັບລາງວັນຈາກໂຄງການ “Data Minions Platform”ເຊິ່ງຄວມຄຸມປັນຍາປະດິດ ແລະ ວິທະຍາສາດຂໍ້ມູນເພື່ອແກ້ໄຂບັນຫາໃນໂລກແຫ່ງຄວາມເປັນຈິງ.
ຜົນງານຂອງພວກເຂົາໂດດເດັ່ນ ໃນບັນດາຜົນງານທີ່ສົ່ງເຂົ້າປະກວດຈາກທັງ 10 ປະເທດສະມາຊິກອາຊຽນ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເປັນເລີດດ້ານເຕັກນິກ ແລະ ການແກ້ໄຂບັນຫາທີ່ສ້າງສັນຂອງພວກເຂົາ.
ນັກສຶກສາທັງສອງໄດ້ຮັບທຶນການສຶກສາຈາກລັດຖະບານສິງກະໂປໃນປີ 2017 ເພື່ອສຶກສາຕໍ່ໃນໂຮງຮຽນມັດທະຍົມຕອນປາຍ ແລະ ມະຫາວິທະຍາໄລຢູ່ທີ່ນັ້ນ. ປະຈຸບັນຢູ່ໃນປີສຸດທ້າຍຂອງພວກເຂົາທີ່ມະຫາວິທະຍາໄລໃນສິງກະໂປ, Mr. Palinya ແລະ Ms. Manivong ເປັນຕົວແທນຂອງລາວທີ່ມີຄວາມຕັ້ງໃຈ ແລະ ພອນສະຫວັນທີ່ໂດດເດັ່ນ.
ໄຊຊະນະຂອງພວກເຂົາບໍ່ພຽງແຕ່ສະແດງໃຫ້ເຫັນເຖິງພອນສະຫວັນຂອງຊາວໜຸ່ມລາວໃນດ້ານເຕັກໂນໂລຊີ ແລະ ນະວັດຕະກຳເທົ່ານັ້ນ, ແຕ່ຍັງເປັນແຮງບັນດານໃຈໃຫ້ຊາວໜຸ່ມທົ່ວປະເທດສືບຕໍ່ຄວາມເປັນເລີດໃນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າວິໃຈທີ່ຂັບເຄື່ອນດ້ວຍຂໍ້ມູນ.
ຜົນສຳເລັດທີ່ໂດດເດັ່ນນີ້ເນັ້ນໃຫ້ເຫັນເຖິງການມີສ່ວນຮ່ວມທີ່ເພີ່ມຂຶ້ນຂອງລາວໃນການລິເລີ່ມດ້ານການສຶກສາ ແລະ ເຕັກໂນໂລຊີໃນພາກພື້ນ ແລະ ເສີມສ້າງຖານະຂອງປະເທດໃນຂົງເຂດປັນຍາປະດິດ ແລະ ວິທະຍາສາດຂໍ້ມູນທີ່ມີການພັດທະນາຢ່າງໄວວາ.




