Fed “ເຟດ” ປະກາດການຫລຸດດອກເບ້ຍເພີ່ມອີກ 0,25% ເປັນເທື່ອທີ 2 ຕິດຕໍ່ກັນໃນປີ 2025.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ທະນາຄານກາງ ສະຫະລັດ ອາເມລິກາ (Fed) ໄດ້ແຈ້ງຫລຸດດອກເບ້ຍ ຕື່ມອີກ 0,25% ເປັນເທື່ອທີ 2 ຕິດຕໍ່ກັນໃນປີ 2025, ເພື່ອແນໃສ່ ຮັບມືກັບ ບັນດາຄວາມສ່ຽງ ເພີ່ມຂຶ້ນ ຢູ່ຕະຫລາດແຮງງານ, ໃນສະພາບ ພາຍໃນ ຂອງອົງການນີ້ ມີການກຳນົດທິດ ນະໂຍບາຍ ທີ່ນັບມື້ນັບແບ່ງແຍກ.

ຕາມຖະແຫລງການຂອງ Fed, ບັນດາ ນັກວາງແຜນ ກຳນົດນະໂຍບາຍ ໄດ້ປ່ອນບັດດ້ວຍ ອັດຕາບັດເຫັນດີ 10 ບັດ-ບັດຄ້ານ 2 ບັດ ເພື່ອຫລຸດຜ່ອນ ດອກເບ້ຍໃຫ້ກູ້ຢືມຫລັກແຫລ່ງລົງ ລະດັບ 3,75%-4,00%. ຂໍ້ຕົກລົງດັ່ງກ່າວ ຊ່ວຍຊຸກຍູ້ ເສດຖະກິດ ສະຫະລັດ ອາເມລິກາ ໃນສະພາບທີ່ວົງການ ວິສາຫະກິດ ຖືກຜົນສະກະທົບ ຈາກບັນດາ ອັດຕາພາສີ ສົມທົບ ໂດຍທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຈັດວາງໃນ ວົງກວ້າງ, ພ້ອມກັນນັ້ນ ກໍ່ເພີ່ມເວລາ ໃຫ້ແກ່ບັນດານັກວາງແຜນກຳນົດນະໂຍບາຍ ເມື່ອລັດຖະບານ ສະຫະລັດ ອາເມລິກາ ຍັງຢຸດຕິ ການເຄື່ອນໄຫວ ຊົ່ວຄາວ./.

ທີ່ມາ : ສຳນັກຂ່າວສານປະເທດລາວ

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ