ບັນດາ ຜູ້ນຳຂອງກຸ່ມ ຄວາມຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ໄດ້ລົງນາມ ໃນຄຳປະກາດຮ່ວມມືກັນ ຫລັງຈາກ ກອງປະຊຸມກັນ ເປັນເວລາ 2 ວັນ ເພື່ອປຶກສາຫາລື ຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ ຢ່າງໝັ້ນຄົງໃນພາກພື້ນ.
.
ຄຳປະກາດ ດັ່ງກ່າວລະບຸວ່າ : ປັດຈູບັນ ໂລກ ຍັງຢູ່ໃນໄລຍະ ປ່ຽນຜ່ານ ທີ່ສຳຄັນ, ລະບົບ ການຄ້າ ລະດັບໂລກ ຍັງຄົງ ຜະເຊີນກັບ ຄວາມທ້າທາຍ ຢ່າງມີໄນສຳຄັນ, ໃນຂະນະທີ່ ຄວາມກ້າວໜ້າ ຂອງ ເຕັກໂນໂລຊີ ປ່ຽນແປງຢ່າງວ່ອງໄວ ແລະ ການປ່ຽນແປງ ດ້ານປະຊາກອນສາດ ສົ່ງຜົນກະທົບຢ່າງຍາວນານ ຕໍ່ເສດຖະກິດ ຂອງ ສະມາຊິກ ເອເປັກ.
.
ຄຳປະກາດ ດັ່ງກ່າວ ໄດ້ຮຽກຮ້ອງ ໃຫ້ເສີມສ້າງ ຄວາມຮ່ວມມື ແລະ ດຳເນີນມາດຕະການ ທີ່ເປັນຮູບປະທຳ ເພື່ອສະໜັບສະໜູນ ການເຕີບໂຕ ທາງເສດຖະກິດ ທີ່ເປັນປະໂຫຍດຕໍ່ທຸກຝ່າຍ.
.
ນອກຈາກນີ້ແລ້ວ ບັນດາຜູ້ນຳ ຍັງໄດ້ຮັບຮອງ ເອກະສານ ສອງສະບັບ ເພີ່ມເຕີມ ເປັນຕົ້ນ ໂຄງການ ປັນຍາປະດິດ ເອເປັກ ແລະ ກອບຄວາມຮ່ວມມື ເອເປັກ ສຳລັບ ການປ່ຽນແປງ ດ້ານປະຊາກອນ./
ນັກຂຽນ
ສະປອນເຊີ
From our blog




