ກອງປະຊຸມ ເວທີປຶກສາຫາລື ພະລັງງານສະອາດ ຂອງ ກອງປະຊຸມ ສຸດຍອດ ອາຊີຕາເວັນອອກ ຄັ້ງທີ 7 ທີ່ຈັດຂຶ້ນ ຢູ່ນະຄອນຟູໂຈ່ວ ແຂວງຟູຈ້ຽນ ຂອງ ຈີນລະບຸວ່າ, ການເຊື່ອມໂຍງ ເຊື່ອມຈອດ ດ້ານພະລັງໄຟຟ້າ ລະຫວ່າງ ຈີນ ແລະ ອາຊຽນ ມີຄວາມແໜ້ນແຟ້ນກວ່າເກົ່າ, ໂດຍສະເພາະແມ່ນ ການສ້າງສາຍສົ່ງໄຟຟ້າ ຂ້າມຊາດ ສຳເລັດແລ້ວ16 ສາຍ.
ອີງຕາມ ຕົວເລກສະຖິຕິ ຈາກ ອົງການ ພະລັງງານ ໝູນວຽນ ສາກົນ ຢືນຢັນວ່າ, ເມື່ອສົມທຽບໃສ່ ປີຜ່ານມາ ກຳລັງຕິດຕັ້ງ ພະລັງງານ ໝູນວຽນ ຂອງ ອາຊຽນ ໄດ້ເພີ່ມຂຶ້ນ ຫລາຍກວ່າ 1,5 ເທົ່າ, ການຫັນປ່ຽນ ຮູບແບບ ການພັດທະນາ ຂອງ ພະລັງງານ ແລະ ການພັດທະນາ ແບບສີຂຽວ ແລະ ກາກບອນຕ່ຳ ໄດ້ກາຍເປັນ ຫົວຂໍ້ຫລັກ ແຫ່ງການພັດທະນາ ພ້ອມກັນ ລະຫວ່າງຈີນ ແລະ ອາຊຽນ.
ຈີນ ແລະ ອາຊຽນໄດ້ສ້າງ ສາຍສົ່ງໄຟຟ້າ ທີ່ມີຄວາມແຮງ 110 ກິໂລໂວນ ຂຶ້ນໄປຕໍ່ກັນ ເປັນຈຳນວນ 16 ສາຍ, ນອກນັ້ນ ສອງຝ່າຍ ຍັງໄດ້ດຳເນີນ ການຄ້າຂາຍ ພະລັງໄຟຟ້າ ຂ້າມຊາດ ເຊິ່ງກັນແລະກັນ ຫລາຍກວ່າ 75 ຕື້ກິໂລວັດໂມງ, ໃນນັ້ນ ພະລັງໄຟຟ້າ ແບບສີຂຽວ ກວມອັດຕາ ຫລາຍກວ່າ 90% ຕາມການລາຍງານ ຂອງວິທະຍຸໂທລະພາບ ສູນກາງຈີນ ຊີເອັມຈີເມື່ອ ວັນທີ 4 ພະຈິກ 2025.






