ຜູ້ແທນຂັ້ນສູງຂອງຈີນຈະມາຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 1 ຫາ 3 ທັນວາ 2025.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ກະຊວງການຕ່າງປະເທດຈີນໄດ້ປະກາດວ່າ ທ່ານ ວັງ ຮູໜິງ ສະມາຊິກຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ (CPC) ແລະ ປະທານຄະນະກຳມະການແຫ່ງຊາດຂອງສະພາປຶກສາການເມືອງປະຊາຊົນຈີນ (CPPCC) ຈະນຳພາຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດໄປຍັງສາທາລະນະລັດປະຊາທິປະໄຕປະຊາຊົນລາວແຕ່ວັນທີ 1 ຫາ 3 ທັນວາ 2025.

ໃນໂອກາດເຄື່ອນໄຫວຢ້ຽມຢາມຢູ່ ສປປ ລາວ, ສະຫາຍ ຫວັງຮູ້ໜິງ ຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ພິທີສະເຫຼີມສະຫຼອງການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 4 ປີ.

ພ້ອມດຽວກັນນັ້ນ, ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ; ພົບປະກັບສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແລະ ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ.

ການເດີນທາງມາຢ້ຽມຢາມຂອງສະຫາຍ ຫວັງຮູ້ໜິງ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຊາດລາວ-ຈີນ, ອັນຈະເປັນ ການສະໜັບສະໜູນເພື່ອນມິດຍຸດ ທະສາດ ແລະ ເສີມຂະຫຍາຍການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ