ໂດຍລາວເຮົາ ໄດ້ສົ່ງ 39 ປະເພດກິລາ ເຂົ້າຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ, ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາຄາດໝາຍຈະສູ້ຊົນໃຫ້ໄດ້ 3-5 ຫຼຽນຄໍາ.
ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ເມື່ອມໍ່ໆມານີ້ໃນພິທີໂອ້ລົມທີມນັກກິລາລາວທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ວ່າ : ໃນການເຂົ້າຮ່ວມງານມະຫະກຳກິລາຊີເກມຄັ້ງນີ້, ສປປ ລາວ ຈະສົ່ງທີມນັກກິລາລາວທັງໝົດ 39 ປະເພດກິລາ, ໃນນັ້ນ 19 ປະເພດກິລາ ໄດ້ນໍາໃຊ້ງົບປະມານຂອງລັດຖະບານ ແລະ 20 ປະເພດກິລາ ແມ່ນກຸ້ມຕົນເອງຮອບດ້ານ.
ເພື່ອງານກິລາດັ່ງກ່າວຄະນະກິລາທີມຊາດ ໄດ້ເຂົ້າສູນຝຶກຊ້ອມກະກຽມໃນເວລາ 120 ວັນ ແລະ ໄດ້ກຳນົດ 4 ຈຸດໃຫຍ່ ຄື : ສະຖາບັນກິລາ-ກາຍຍະກໍາ, ເຂດມະຫາວິທະຍາໄລແຫ່ງຊາດ, ສູນບູໂດເຊັນເຕີ ແລະ ສະໜາມກິລາແຫ່ງຊາດ (ຫຼັກ 16); ນັບມາຮອດປັດຈຸບັນ ທີມນັກກິລາລາວມີຄວາມພ້ອມ ແລ້ວ ແລະ ຄາດໝາຍຈະສູ້ຊົນໃຫ້ໄດ້ 3-5 ຫຼຽນຄໍາ.




