ລັດວິສາຫະກິດໄຟຟ້າລາວ ເລັ່ງການປະຕິຮູບອົງກອນ, ການປັບໂຄງສ້າງໜີ້ສິນ ແລະ ການເຈລະຈາຫຼຸດຄ່າໄຟ ເພື່ອແກ້ໄຂວິກິດການເງິນ ແລະ ຫຼຸດຕົ້ນທຶນໃຫ້ຜູ້ບໍລິໂພກ.
ທ່ານ ອາຄົມເດດ ວົງໄຊ ອຳນວຍການໄຟຟ້າລາວ ກ່າວໃນກອງປະຊຸມຄະນະກຳມະການປະຕິຮູບລັດວິສາຫະກິດ ວັນພຸດທີ່ຜ່ານມາ ການປະຕິຮູບອົງກອນເປັນການປ່ຽນຮາກຖານ ອົງກອນ ໂດຍໄດ້ດຳ ເນີນການປັບປຸງມາແລ້ວ 4 ຄັ້ງ ເພື່ອເພີ່ມປະສິດທິພາບ ແລະ ຄວາມໂປ່ງ ໃສ.
ທ່ານອຳນວຍການກ່າວວ່າ : ບໍລິສັດໄດ້ຫຼຸດຕຳແໜ່ງບໍລິຫານລົງທັນທີ 395 ຕຳແໜ່ງ ເພື່ອຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມຄວາມຄ່ອງຕົວໃນການບໍລິຫານ “ເພື່ອປ່ຽນວັດທະນະທຳອົງກອນໃຫ້ກ້າວສູ່ມາດຕະຖານສາກົນ”.
ການປັບໂຄງສ້າງດັ່ງກ່າວລວມເຖິງການສ້າງໜ່ວຍງານໃໝ່ທີ່ສຳຄັນ 4 ໜ່ວຍ ຝ່າຍກວດກາເພື່ອຍົກສູງການກວດສອບພາຍໃນ, ຝ່າຍກົດໝາຍສັນຍາເພື່ອຄຸ້ມຄອງສັນຍາຊື້ຂາຍໄຟທີ່ມີຫຼາຍ, ຝ່າຍ ICT ເພື່ອຊຸກຍູ້ການທັນສະໄໝ ແລະ ລະບົບປະເມີນຜົນ KPI-OKR ເພື່ອວັດແທກປະສິດທິພາບພະນັກງານ.
ນອກຈາກນີ້ ໄຟຟ້າລາວໄດ້ພັດທະນາໝໍ້ນັບໄຟທີ່ທັນສະໄໝ ແລະ ສ້າງແອັບພລິເຄຊັນ EDL Mobile ເພື່ອໃຫ້ລູກຄ້າເຂົ້າເຖິງການບໍລິການໄດ້ງ່າຍ ແລະ ວ່ອງໄວຂຶ້ນ.
ການປະຕິຮູບອົງກອນນີ້ມີຜົນໂດຍກົງຕໍ່ການຫຼຸດລາຍຈ່າຍ ເຊິ່ງໃນປີ 2025 ພວກເຮົາສາມາດຫຼຸດລາຍຈ່າຍລົງໄດ້ 21% ທຽບໃສ່ປີກ່ອນ ທ່ານອຳນວຍການກ່າວເນັ້ນ ; ໜີ້ສິນເປັນບັນຫາໃຫຍ່ທີ່ສຸດຂອງໄຟຟ້າລາວ ແລະ ການປັບໂຄງສ້າງໜີ້ແມ່ນກຸນແຈສຳຄັນໃນການຟື້ນຟູສຸຂະພາບທາງການເງິນຂອງບໍລິສັດ.
ທ່ານອຳນວຍການເປີດເຜີຍວ່າ ໄຟຟ້າລາວປົກກະຕິຕ້ອງຊຳລະໜີ້ສິນປະມານ 600-700 ລ້ານໂດລາຕໍ່ປີ ແຕ່ຫຼັງຈາກການປັບໂຄງສ້າງ ພາລະນີ້ຈະຫຼຸດລົງເຫຼືອພຽງ 350-400 ລ້ານໂດລາຕໍ່ປີ.
ຍຸດທະສາດການປັບໂຄງສ້າງໜີ້ປະກອບດ້ວຍ 2 ແນວທາງຄື :
1./ : ການເຂົ້າ ເຖິງແຫຼ່ງທຶນກູ້ໃໝ່ທີ່ມີດອກເບ້ຍຕ່ຳກວ່າເພື່ອມາທົດແທນໜີ້ດອກເບ້ຍສູງ (Refinancing). ທ່ານອະທິບາຍວ່າ “ເຮົາຈະເອົາເງິນກູ້ດອກເບ້ຍຕ່ຳມາຊຳລະໜີ້ດອກເບ້ຍສູງ ເຊິ່ງຈະຫຼຸດຄ່າໃຊ້ຈ່າຍດ້ານດອກເບ້ຍຢ່າງຫຼວງຫຼາຍ”.
2./: ການເຈລະຈາຍືດໄລຍະເວລາ ການຊຳລະໜີ້ໃນໄລຍະຍາວກັບເຈົ້າໜີ້ໂດຍກົງ. ໃນຊ່ວງໄລຍະ 5 ປີຂ້າງໜ້າ ການປັບໂຄງສ້າງນີ້ຈະຫຼຸດຄວາມກົດດັນດ້ານກະແສເງິນສົດ ແລະ ເຮັດໃຫ້ບໍລິສັດສາມາດເນັ້ນໄປທີ່ການດຳເນີນທຸລະກິດຫຼັກໄດ້.
ໄຟຟ້າລາວຍັງໄດ້ແກ້ໄຂບັນຫາໜີ້ຄ້າງຈາກລູກຄ້າຢ່າງຈິງຈັງ. ໜີ້ຄ້າງຈາກລູກຄ້າບິດຄອຍທີ່ເຄີຍມີມູນຄ່າ 100 ລ້ານໂດລາໃນທ້າຍປີ 2024 ໄດ້ຖືກເກັບຄືນຈົນເຫຼືອພຽງ 27 ລ້ານໂດລາ ແລະ ຄາດວ່າຈະແກ້ໄຂໝົດພາຍໃນຕົ້ນປີ 2026.
ການດຸນດ່ຽງພະລັງງານກັບປະເທດໄທກໍໄດ້ຮັບການແກ້ໄຂສຳເລັດ. ທ່ານອຳນວຍການກ່າວວ່າ “ເມື່ອກ່ອນເຮົາຕິດໜີ້ໄທ 100 ລ້ານໂດລາ ແຕ່ປັດຈຸບັນເຮົາໄດ້ຊຳລະຄ່າຕົວແລ້ວ ແລະ ມາຮອດທ້າຍປີນີ້ເຮົາຈະມີຜົນກຳໄລຈາກການຄ້າພະລັງງານອີກ 22 ລ້ານໂດລາ”.
ບັນຫາໃຫຍ່ອີກອັນໜຶ່ງແມ່ນຂໍ້ຂັດແຍ່ງກັບບໍລິສັດ Power China ກ່ຽວກັບໂຄງການໄຟຟ້ານ້ຳອູ ເຊິ່ງໄດ້ຮ້ອງຟ້ອງໄຟຟ້າລາວຢູ່ສານສິງກະໂປ. ທ່ານອຳນວຍການແຈ້ງວ່າ “ປັດຈຸບັນ ພວກເຮົາມີຄະນະກຳມະການຮ່ວມ ແລະ ມີຄວາມເອກະພາບກັນແລ້ວໃນການປັບໂຄງສ້າງການຈ່າຍໜີ້ ຄາດວ່າທ້າຍປີນີ້ເຂົາເຈົ້າຈະຖອນຟ້ອງ”.
ມາດຕະການທີ່ສຳຄັນທີ່ສຸດຕໍ່ຜູ້ບໍລິໂພກກໍຄືການເຈລະຈາຫຼຸດຄ່າຊື້ໄຟຈາກແຫຼ່ງຜະລິດຕ່າງໆ ເຊິ່ງຈະສົ່ງຜົນໂດຍກົງຕໍ່ລາຄາໄຟຟ້າ.
ທ່ານອຳນວຍການລະບຸວ່າ : ໄຟຟ້າລາວໄດ້ດຳເນີນການເຈລະຈາກັບ 55 ໂຄງການຜະລິດໄຟຟ້າແລ້ວ ໂດຍຂໍໃຫ້ປັບຫຼຸດລາຄາຂາຍໄຟໃຫ້ສອດຄ່ອງກັບນະໂຍບາຍ “ຖືກຕົ້ນ ແລະ ຄ່ອຍໄປ ສູງປາຍ”. “
ໃນ 5 ປີຂ້າງໜ້ານີ້ ພວກເຮົາຈະປະຢັດໄດ້ປະມານ 20 ລ້ານໂດລາຕໍ່ປີຈາກການເຈລະຈານີ້”.“ບາງໂຄງການເຮົາໄດ້ຈັດຕັ້ງປະຕິບັດແລ້ວ ບາງໂຄງການກຳລັງສືບຕໍ່ເຈລະຈາ” ທ່ານອຳນວຍການກ່າວເສີມ.
ໜຶ່ງໃນຂໍ້ສະເໜີທີ່ສຳຄັນຕໍ່ລັດຖະບານແມ່ນການຫັນໂຄງການໄຟຟ້າທີ່ກຳລັງຈະໝົດອາຍຸສຳປະທານຈາກການສົ່ງອອກມາສະໜອງພາຍໃນປະເທດແທນ.
ທ່ານອຳນວຍການອະທິບາຍວ່າ “ເມື່ອສຳປະທານໝົດອາຍຸ ເຮົາຈະຮັບໂຄງການນັ້ນມາສະໜອງໃຫ້ຕະຫຼາດພາຍໃນດ້ວຍລາຄາຖືກກວ່າ ເຊິ່ງຈະຫຼຸດຕົ້ນທຶນ ແລະ ເພີ່ມຄວາມໝັ້ນຄົງດ້ານພະລັງງານຂອງປະເທດ”.
ການປັບໂຄງສ້າງລາຄາໄຟກໍເປັນສ່ວນໜຶ່ງຂອງແຜນປະຕິຮູບ ໄຟຟ້າລາວຈະປັບລາຄາໄຟເທື່ອລະກ້າວ ເທື່ອລະໜ້ອຍໃຫ້ສະທ້ອນຕົ້ນທຶນທີ່ແທ້ຈິງ ເຊິ່ງຈະຊ່ວຍໃຫ້ບໍລິສັດມີຜົນກຳໄລເພີ່ມຂຶ້ນ ແລະ ຫຼຸດການຂາດທຶນລົງເທື່ອລະກ້າວ.
ຄາດວ່າຮອດປີ 2030 ບໍລິສັດຈຶ່ງຈະຫຼຸດການຂາດທຶນໄດ້ຕາມເປົ້າໝາຍ ; ທ່ານອຳນວຍການໄດ້ສະເໜີ 3 ມາດຕະ ການສຳຄັນຕໍ່ລັດຖະບານເພື່ອສະໜັບສະໜູນການປະຕິຮູບ :
1./ ການແຍກໜີ້ວຽກວິຊາການອອກຈາກໜີ້ທຸລະກິດ. ທ່ານອະທິບາຍວ່າ “ໜີ້ທີ່ເກີດຈາກການຂະຫຍາຍສາຍໄຟເຂົ້າບ້ານຜູ້ທຸກຍາກ ຫຼື ພື້ນທີ່ຫ່າງໄກສອກຫຼີກ ເປັນໜ້າທີ່ດ້ານສັງຄົມ ບໍ່ແມ່ນທຸລະກິດ. ລັດຖະບານຄວນຈັດເປັນບັນຊີແຍກ ແລະ ໃຫ້ຊຳລະໄດ້ຕາມຄວາມສາມາດ ເຊິ່ງຈະເຮັດໃຫ້ໜ້າຕາບັນຊີດີຂຶ້ນ ແລະ ເພີ່ມຄວາມເຊື່ອຖື”.
2./ ແກ້ໄຂໜີ້ຄ້າງຊຳລະຂອງພາກລັດ ແລະ ຊົນລະປະທານທີ່ສະສົມມາຫຼາຍປີ ປະມານ 56 ລ້ານໂດລາ ໂດຍການຫັກລົບກັບໜີ້ກະຊວງການເງິນ.
3./ ອະນຸຍາດໃຫ້ຫັນໂຄງການໄຟຟ້າທີ່ໝົດສຳປະທານມາໃຊ້ພາຍໃນແທນການສົ່ງອອກ.
“ຢາງໃດກໍຕາມ ເຖິງຍັງມີໜີ້ສິນ ແລະ ຂາດ ສະພາບຄ່ອງທີ່ດີ ແຕ່ສິ່ງສຳຄັນກໍຄື ໜ້າທີ່ຍຸດທະສາດ ກໍຄືຮັບປະກັນສະໜອງໄຟຟ້າໃຫ້ທົ່ວປະເທດ ເຊິ່ງຮຽກຮ້ອງໃຫ້ມີການແຍກວິຊາສະເພາະ ນີ້ກັບໜີ້ສິນອອກຈາກກັນຢ່າງຂາດຕົວ” ທ່ານ ອຳນວຍການກ່າວ.
ຜົນສຳເລັດທີ່ວັດແທກໄດ້ ການປະຕິຮູບທັງສາມດ້ານນີ້ກຳລັງເລີ່ມເຫັນຜົນ. ຂໍ້ມູນ 6 ເດືອນຕົ້ນປີ 2025 ທຽບໃສ່ໄລຍະດຽວກັນຂອງປີ 2024 ສະແດງໃຫ້ເຫັນວ່າລາຍຈ່າຍຫຼຸດລົງ 21% ; ລາຍຮັບເພີ່ມຂຶ້ນ 12.8% ພະລັງງານຕົກເຮ່ຍຫຼຸດລົງຈາກ 9.91% ເຫຼືອ 6.33% (ປະຢັດປະມານ 35 ລ້ານໂດລາຕໍ່ປີ)
ຮອດເດືອນພະຈິກ 2025 ການປະຕິຮູບບັນລຸໄດ້ 67.6% ຂອງເປົ້າໝາຍທີ່ວາງໄວ້ໃນແຜນ 6 ກຸ່ມວຽກ 36 ແຜນງານ ແລະ 200 ໜ້າວຽກທີ່ຖືກຮັບຮອງໂດຍລັດຖະບານ.




