ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ໄດ້ຢືນຢັນວ່າ : ຄະນະຜູ້ແທນຂອງ ອູແກຣນ ໄດ້ເດີນທາງກັບ ອູແກຣນ ພາຍຫລັງສິ້ນສຸດການເຈລະຈາຕ່າງໆກັບ ສ.ອາເມລິກາ ທີ່ຈັດຂຶ້ນ ຢູ່ນະຄອນໄມອາມີຂອງ ສ.ອາເມລິກາ.
ທ່ານ ໄດ້ກ່າວຕື່ມອີກວ່າ ຄະນະຜູ້ແທນ ອູແກຣນ ຈະຍື່ນເອກກະສານ ລະອຽດ ກ່ຽວກັບການເຈລະຈາຄັ້ງນີ້ໃຫ້ຕົນ, ຄະນະທັງສອງຝ່າຍ ໄດ້ສຳເລັດວຽກງານ ສຳຄັນ ທັງໝົດກ່ຽວກັບ “ແຜນການສັນຕິພາບ” ສະບັບເບື້ອງຕົ້ນ, ແຜນການດັ່ງກ່າວ ໄດ້ຮ່າງສຳເລັດໂດຍລວມ, ເຖິງວ່າ ບໍ່ແມ່ນແຜນການ ທີ່ສົມບູນແບບ, ແຕ່ການຊຸກຍູ້ເປົ້າໝາຍສຳຄັນ ທີ່ເປັນໃຈກາງ ໄດ້ສຳເລັດລົງແລ້ວ
ຕາມການລາຍງາຍ ຂອງວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ໃນວັນທີ 22 ທັນວານີ້ 2025.






