ເບຣຊິນ ແລະ ແມັກຊິກ ອອກຖະແຫລງການຮ່ວມໃນວັນທີ 8 ມັງກອນ ປະນາມອາເມລິກາທີ່ກະທໍາການລະເມີດອະທິປະໄຕຂອງເວເນຊຸເອລາ ພ້ອມປະຕິເສດແນວຄິດການແບ່ງໂລກອອກເປັນເຂດອິດທິພົນ (spheres of influence).
ທໍານຽບປະທານາທິບໍດີເບຣຊິນ ລະບຸວ່າ : ທ່ານ ລູອິຊ ອິນາຊິໂອ ລູລາ ດາ ຊິວວາ ປະທານາທິບໍດີເບຣຊິນ ໄດ້ຫາລືທາງໂທລະສັບກັບທ່ານ ຄໍເດຍ ເຊນບາມ ປະທານາທິບໍດີແມັກຊິກ ກ່ຽວກັບສະຖານະການຢູ່ເວເນຊຸເອລາ ຫລັງຈາກອາເມລິກາເປີດປະຕິບັດການທາງທະຫານຢູ່ເວເນຊຸເອລາໃນວັນທີ 3 ມັງກອນຜ່ານມາ ແລະ ຄວບຄຸມປະທານາທິບໍດີ ນິໂຄລໍາ ມາດູໂຣ ພ້ອມພັນລະຍາ ກ່ອນຈະນໍາໄປກັກຂັງຢູ່ນິວຢອກ.
ຖະແຫລງການລະບຸວ່າ: ຜູ້ນໍາທັງສອງປະເທດໄດ້ສະແດງຈຸດຢືນຄັດຄ້ານການລະເມີດອະທິປະໄຕຂອງເວເນຊຸເອລາ, ພ້ອມບໍ່ຍອມຮັບແນວຄິດລ້າສະໄໝທີ່ອາດນໍາໄປສູ່ການແບ່ງໂລກອອກເປັນເຂດອິດທິພົນ ໂດຍຢືນຢັນວ່າຍຶດໝັ້ນໃນລະບອບພະຫຸພາຄີ, ກົດໝາຍສາກົນ ແລະ ການຄ້າເສລີ.
ນອກຈາກນີ້, ຜູ້ນໍາທັງສອງຍັງສະແດງຄວາມພ້ອມຈະຮ່ວມມືກັບເວເນຊຸເອລາ ເພື່ອສະໜັບສະໜູນສັນຕິພາບ, ການເຈລະຈາ ແລະ ຄວາມໝັ້ນຄົງຢູ່ເວເນຊຸເອລາ ແລະ ໃນພາກພື້ນນໍາອີກ.




