ເຕເຮຣານ – ຜູ້ນຳສູງສຸດຂອງອີຣ່ານ ທ່ານອາລີ ຄາເມນີ ໄດ້ກ່າວໃນວັນເສົາວານນີ້ວ່າ ປະເທດຂອງເຂົາໄດ້ເອົາຊະນະ ສະຫະລັດ ແລະ ອິດສະຣາເອນ “ອີກຄັ້ງ” ແລະ ໄດ້ “ຢຸດຕິການຍຸຍົງ” ທີ່ໄດ້ຮັບການສະໜັບສະໜູນໂດຍວໍຊິງຕັນ ແລະ ເທວອາວີຟ.
ໃນລະຫວ່າງການກ່າວຄຳປາໄສທີ່ເປັນວັນພັກຜ່ອນທາງສາສະໜາ, ທ່ານຄາເມນີ ໄດ້ກ່າວຫາສະຫະລັດວ່າວາງແຜນກໍ່ຄວາມບໍ່ສະຫງົບດ້ວຍຈຸດປະສົງທີຈະ “ກືນກິນອີຣ່ານ.”
ທ່ານໄດ້ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ວ່າເປັນ “ອາດຊະຍາກອນ” ທີ່ຮັບຜິດຊອບຕໍ່ການສັງຫານໝູ່ ແລະ ການທຳລາຍໃນການຈະລາຈົນທີ່ຜ່ານມາໃນອີຣ່ານ, ໂດຍສັງເກດວ່າ ທຣຳ ໄດ້ແຊກແຊງສ່ວນຕົວ, ໃຫ້ຄຳເຫັນຕໍ່ສາທາລະນະ, ແລະ ໃຫ້ກຳລັງໃຈຜູ້ກໍ່ຄວາມວຸ້ນວາຍໂດຍການໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນທາງທະຫານ.
ທ່ານຄາເມນີ ກ່າວວ່າ ໃນຂະນະທີ່ອີຣ່ານຈະບໍ່ສະແຫວງຫາສົງຄາມ, ແຕ່ເຂົາ “ຈະບໍ່ລະເວັ້ນ ການລົງໂທດຜູ້ທີ່ກໍ່ຄວາມບໍ່ສະຫງົບ, ທັງພາຍໃນປະເທດ ແລະ ຕ່າງປະເທດ.”
ຄຳເວົ້າຂອງທ່ານໄດ້ເກີດຂຶ້ນໃນຂະນະທີ່ການປະທ້ວງພາຍໃນປະເທດເບິ່ງຄືວ່າຈະຫຼຸດລົງຫຼັງຈາກການປະທ້ວງທົ່ວປະເທດເປັນເວລາຫຼາຍອາທິດທີ່ເລີ່ມຕົ້ນໃນທ້າຍເດືອນທັນວາ ກ່ຽວກັບຄວາມລົ້ມເຫຼວທາງເສດຖະກິດ ແຕ່ຕໍ່ມາກໍ່ກາຍເປັນຄວາມຮຸນແຮງ.
ເຈົ້າໜ້າທີ່ອີຣ່ານ ກ່າວວ່າການປະທ້ວງຢ່າງສັນຕິ ໄດ້ຖືກກຸ່ມ “ພວກຫົວຮຸນແຮງ” ເຂົາມາແຊກແຊງ ; ສຳນັກຂ່າວ Tasnim ເຊີ່ງເປັນສຶ່ມວນຊົນ ທີ່ໄດ້ຮັບການສະຫນັບສະຫນູນຈາກທາງການໄດ້ລາຍງານໃນວັນສຸກວ່າກອງກຳລັງຮັກສາຄວາມປອດໄພໄດ້ຈັບກຸມປະຊາຊົນປະມານ 3,000 ຄົນທີ່ກ່ຽວຂ້ອງກັບຄວາມບໍ່ສະຫງົບ.
ທ່າມກາງຄວາມເຄັ່ງຕຶງທີ່ຜ່ອນຄາຍລົງ, ການບໍລິການຂໍ້ຄວາມສັ້ນໃນອີຣ່ານໄດ້ກັບມາໃຊ້ງານຄືນໃໝ່ໃນວັນເສົາ, ໃນຂະນະທີ່ໂຮງຮຽນຈະເປີດຄືນໃໝ່ໃນວັນອາທິດຫຼັງຈາກປິດເປັນເວລາໜຶ່ງອາທິດ, ອີງຕາມສື່ມວນຊົນອີຣ່ານ.
ໃນວັນເສົາ, ກຸ່ມ Hezbollah ຂອງເລບານອນໄດ້ສະແດງຄວາມສະໜັບສະໜູນຢ່າງໜັກແໜ້ນຕໍ່ອີຣ່ານ. ໃນການປາໄສທາງໂທລະພາບໃນຊ່ອງ al-Manar ທີ່ຄວບຄຸມໂດຍ Hezbollah, ຜູ້ນຳ Hezbollah Naim Qassem ໄດ້ເອີ້ນວ່າ ອີຣ່ານວ່າເປັນ “ທີ່ໝັ້ນຂອງການຕໍ່ຕ້ານ” ແລະ ກ່າວຫາສະຫະລັດວ່າກຳລັງພະຍາຍາມຄອບງຳທົ່ວໂລກ.
ກະຊວງການຕ່າງປະເທດອີຣ່ານໄດ້ອອກຖະແຫຼງການໃນຄືນວັນສຸກໂດຍປະນາມຢ່າງຮ້າຍແຮງຕໍ່ສິ່ງທີ່ເອີ້ນວ່າ “ການແຊກແຊງ” ຂອງກຸ່ມປະເທດຈີເຈັດ ກ່ຽວກັບຄວາມບໍ່ສະຫງົບທີ່ຜ່ານມາ, ໂດຍຮຽກຮ້ອງໃຫ້ກຸ່ມຈີເຈັດຢຸດການແຊກແຊງກິດຈະການພາຍໃນຂອງອີຣ່ານ.




