17.4 C
Laos
ວັນພະຫັດ,ມັງກອນ,29

ສະຫະພາບເອີຣົບ ໄຫ້ທຶນຊວ່ຍເຫຼືອ 1,600,000 ເອີໂຣ ຟື້ນຟູປ່າໄມ້ ແລະ ເສີມສ້າງບົດບາດຊຸມຊົນ ໃນ ສປປ ລາວ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ທ່າມກາງວິກິດການເສື່ອມໂຊມຂອງປ່າໄມ້ ທີ່ຫຼຸດລົງຢ່າງໜ້າຕົກໃຈໃນຮອບຫຼາຍປີຜ່ານມາ ຄວາມຮ່ວມມື ໃໝ່ລະຫວ່າງພາກລັດ-ອົງການສາກົນ ໄດ້ເກີດຂຶ້ນ ແນໃສ່ເພື່ອຟື້ນຟູຜືນປ່າ ແລະ ເສີມສ້າງບົດບາດຊຸມຊົນໃຫ້ເປັນດ່ານໜ້າໃນການອະນຸລັກ.

ວັນທີ 22 ມັງກອນ 2026 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ຕາງໜ້າໂດຍກົມປ່າໄມ້) ແລະ ອົງການອະນຸລັກສັດປ່າ (WCS) ປະຈໍາ ສປປ ລາວ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການ “ບ້ານພັດທະນາດ້ານປ່າໄມ້” ລະຫວ່າງໂດຍທ່ານ ສົມຫວັງ ພົມມະວົງ ຫົວໜ້າກົມປ່າໄມ້ ແລະ ທ່ານ ສັນຕິ ໄຊປັນຍາ ຫົວໜ້າອົງການ WCS ປະຈໍາລາວ ໂດຍມີຜູ້ແທນພາກລັດ ແລະ ພາກສ່ວນສາກົນເຂົ້າຮ່ວມ ລວມທັງ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ.

ທ່ານ ສົມຫວັງ ພົມມະວົງ ກ່າວວ່າ ໃນຮອບ 10 ປີຜ່ານມາ ສະພາບປ່າໄມ້ຂອງ ສປປ ລາວ ມີອັດຕາການເສື່ອມໂຊມສູງ ໂດຍຂໍ້ມູນການສຳຫຼວດປ່າໄມ້ແຫ່ງຊາດ ປີ 2018 ຊີ້ໃຫ້ເຫັນວ່າ ການປົກຫຸ້ມປ່າໄມ້ຂອງປະເທດ ຫຼຸດລົງສະເລ່ຍ 0,36% ຕໍ່ປີ ໂດຍມີສາເຫດຫຼັກມາຈາກການຂະຫຍາຍກະສິກໍາ ການພັດທະນາໂຄງການ ການຕັດໄມ້ບໍ່ຍືນຍົງ ແລະ ການເຮັດໄຮ່ເລື່ອນລອຍ.

ສຳລັບໂຄງການ “ບ້ານພັດທະນາດ້ານປ່າໄມ້” ໄດ້ຮັບການສະໜັບສະໜູນທຶນຈາກ ສະຫະພາບເອີຣົບ ຈໍານວນ 1,600,000 ເອີໂຣ ເພື່ອສານຕໍ່ຜົນສຳເລັດຈາກໂຄງການ ECILL ໂດຍເນັ້ນໃຫ້ຊຸມຊົນມີສ່ວນຮ່ວມໂດຍກົງໃນການຄຸ້ມຄອງປ່າສະຫງວນ ປົກປັກຮັກສາຊີວະນາໆພັນ ແລະ ລະບົບນິເວດປ່າໄມ້.

ໂຄງການນີ້ຈະດຳເນີນງານໃນ ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ ພ້ອມທັງແຂວງ ບໍລິຄຳໄຊ ແລະ ສະຫວັນນະເຂດ ໃນໄລຍະ 3 ປີ (2025–2028) ໂດຍກົມປ່າໄມ້ ແລະ WCS ຮ່ວມກັບພາກສ່ວນທ້ອງຖິ່ນ ເພື່ອສ້າງເຄືອຂ່າຍສັງຄົມທີ່ເຂັ້ມແຂງ ໃຫ້ປ່າໄມ້ລາວຖືກອະນຸລັກຢ່າງຍືນຍົງ.

ໂພສຕ໌ຄ້າຍໆກັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ສະແດງຄຳເຫັນ

ບົດຄວາມລ່າສຸດ