ບຣາຊິເລຍ – ປະທານາທິບໍດີບຣາຊິນ Luiz Inacio Lula da Silva ກ່າວໃນວັນສຸກວ່າ Trump ພະຍາຍາມສ້າງສະຫະປະຊາຊາດໃໝ່ ແລະ ເປັນເຈົ້າຂອງພຽງຜູ້ດຽວ.
“ປະທານາທິບໍດີ Trump ກຳລັງສະເໜີໃຫ້ສ້າງສະຫະປະຊາຊາດໃໝ່ ແລະ ລາວເປັນຜູ້ດຽວທີ່ເປັນເຈົ້າຂອງສະຫະປະຊາຊາດ,” Lula ກ່າວໃນງານທີ່ຈັດໂດຍການເຄື່ອນໄຫວແຮງງານຊົນນະບົດທີ່ບໍ່ມີທີ່ດິນໃນລັດ Bahia ທາງພາກຕາເວັນອອກສຽງເໜືອຂອງປະເທດບຣາຊິນ.
ລາວກ່າວວ່າໂລກກຳລັງປະເຊີນກັບຊ່ວງເວລາທີ່ການເມືອງ “ວິກິດ”, ໂດຍ ທີ່ລະບົບພາຮຸພາຄີຫຼາຍຝ່າຍ ຖືກປະຖີ້ມໄປ ເພື່ອສະຫນັບສະຫນູນລະບົບ ເອກພາຄີຝາຍດຽວແທນ, ໂດຍກ່າວຕື່ມວ່າ “ກົດໝາຍຂອງຜູ້ທີ່ເຂັ້ມແຂງທີ່ສຸດ” ກຳລັງສ້າງຮູບແບບການພົວພັນສາກົນຫຼາຍຂຶ້ນ ແລະ ກົດບັດສະຫະປະຊາຊາດກຳລັງຖືກ “ທຳລາຍ”.
Lula ກ່າວວ່າລາວໄດ້ເພີ່ມທະວີການຕິດຕໍ່ທາງການທູດໃນອາທິດທີ່ຜ່ານມາເພື່ອຊ່ວຍສ້າງການຕອບສະໜອງສາກົນເພື່ອເສີມສ້າງລະບົບພາຮຸພາຄີຫຼາຍຝ່າຍ, ໂດຍອ້າງອີງການເຈລະຈາກັບຜູ້ນຳຂອງຣັດເຊຍ, ຈີນ, ອິນເດຍ, ຮັງກາຣີ ແລະ ເມັກຊິໂກ, ແລະ ອື່ນໆ.
ທ່ານກ່າວວ່າ ເປົ້າໝາຍແມ່ນເພື່ອຄົ້ນຫາຄວາມເປັນໄປໄດ້ຂອງກອງປະຊຸມສາກົນເພື່ອຢືນຢັນຄຳໝັ້ນສັນຍາຕໍ່ຫຼາຍຝ່າຍ ແລະ ປ້ອງກັນບໍ່ໃຫ້ “ອຳນາດຂອງອາວຸດ ແລະ ຄວາມບໍ່ຍອມຮັບຄວາມແຕກຕ່າງຂອງປະເທດຊາດໃດໆໃນໂລກ” ມີອຳນາດເໜືອທຸກສິ່ງທຸກຢ່າງ.






