ສຳນັກຂ່າວຊີອາໄອລາຍງານ ເມື່ອມໍ່ໆມານີ້, ຢູ່ລັດເບັນການຕາເວັນຕົກຂອງອິນເດຍ ໄດ້ເກີດການແຜ່ລະບາດຂອງເຊື້ອພະຍາດນີປາ (NipahVirus) ຜູ້ຕິດເຊື້ອສ່ວນໃຫຍ່ຢູ່ເຂດໂກນກາຕາ, ໃນນີ້ ຄົນເຈັບຜູ້ໜຶ່ງມີອາການໜັກ ແລະ ເກືອບຮ້ອຍຄົນຖືກກັກໂຕ.
ອົງການອະນາໄມໂລກກຳນົດເອົາ ເຊື້ອພະຍາດ ນີປາ ເປັນເຊື້ອພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ຄົນສູ່ຄົນ ແລະ ມີຄວາມອັນຕະລາຍເຖິງຂັ້ນເສຍຊີວິດໄດ້, ຕົ້ນຕໍຂອງເຊື້ອພະຍາດຊະນິດແມ່ນ ເຈຍ ກິນໝາກໄມ້ເປັນພາຫະນຳເຊື້ອ.
ເຊື້ອພະຍາດດັ່ງກ່າວສາມາດແຜ່ລະບາດສູ່ມະນຸດໂດຍຜ່ານອາຫານທີ່ຕິດເຊື້ອ ຫຼື ແຜ່ລະບາດລະຫວ່ງຄົນສູ່ຄົນໂດຍກົງ, ອັດຕາການເສຍຊີວິດຢູ່ລະຫວ່າງ 40%-75%, ປັດຈຸບັນຍັງບໍ່ທັນມີວັກຊິນສະເພາະສຳລັບກັນພະຍາດດັ່ງກ່າວ ຫຼື ວິທີປິ່ນປົວທີ່ມີປະສິດທິພາບເທື່ອ.
ໃນລະຫວ່າງປີ 1998-1999, ເຊື້ອພະຍາດນີປາເຄີຍແຜ່ລະບາດຢູ່ມາເລເຊຍ ແລະ ສິງກະໂປ ເຮັດໃຫ້ມີຜູ້ເສຍຊີວິດຮ້ອຍກວ່າຄົນ, ໝູລ້ຽງຫຼາຍກວ່າລ້ານໂຕຖືກຂ້າຖິ້ມ. ຕໍ່ມາ ພະຍາດດັ່ງກ່າວເຄີຍແຜ່ລະບາດຢູ່ອິນເດຍ, ບັງກະລາເທດ ແລະ ຟິລິບປິນ.




