ລາວ-ຮົງກາລີ ລົງນາມຮ່ວມມື ພາຍໃຕ້ໂຄງການສະໜອງທຶນ ການສຶກສາຮົງກາລີ ໄລຍະປີ 2026-2028

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ແລະ ຄະນະ ໃນວັນທີ ວັນທີ 4 ກຸມພາ 2026 .

ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ ແລະ ໄດ້ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2019.

ເຫັນດີເປັນເອກະພາບ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນຕໍ່ໜ້າ ໂດຍຈະສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ສືບຕໍ່ຮັດແໜ້ນການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ເພື່ອສົ່ງເສີມການແລກປ່ຽນບົດຮຽນ ລະຫວ່າງ ພະນັກງານຂອງສອງກະຊວງ ໂດຍສະເພາະ ນັກການທູດໜຸ່ມ, ສືບຕໍ່ເພີ່ມທະວີ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ, ສືບຕໍ່ສົ່ງເສີມການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ .

ໂດຍສະເພາະ ການສະໜອງທຶນການສຶກສາ ໃຫ້ແກ່ ສປປ ລາວ ພ້ອມທັງຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຮົງກາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະ ການສະໜອງທຶນການສຶກສາ ໃຫ້ແກ່ ສປປ ລາວ ກໍຄື ການພັດທະນາພື້ນຖານໂຄງລ່າງຕ່າງໆ ຊຶ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.

ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຮົງກາລີ ກໍໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືພາຍໃຕ້ຂອບໂຄງການສະໜອງທຶນ ການສຶກສາຮົງກາລີ ໄລຍະປີ 2026-2028 ພ້ອມທັງໄດ້ຮ່ວມກັນຖະແຫລງຂ່າວ ກ່ຽວກັບຜົນສໍາເລັດຂອງການພົບປະສອງຝ່າຍ ໃຫ້ແກ່ບັນດາສື່ມວນຊົນ ລາວ ແລະ ຮົງກາລີ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ