ທ່ານນາງ ຊານາເອະ ທາກາອິຈິ ໄດ້ກາຍເປັນນາຍົກລັດຖະມົນຕີທີ່ເປັນຜູ້ຍິງຄົນທຳອິດຂອງຍີ່ປຸ່ນຢ່າງເປັນທາງການ ຫລັງຈາກພາພັກເສລີປະຊາທິປະໄຕ (LDP) ຄວ້າໄຊຊະນະໃນການເລືອກຕັ້ງສະພາຜູ້ແທນລາດສະດອນ ໂດຍໄດ້ຮັບ 316 ບ່ອນນັ່ງ ຈາກທັງໝົດ 465 ບ່ອນນັ່ງ ໃນວັນທີ 9 ກຸມພາ 2026 .

ໄຊຊະນະຄັ້ງນີ້ ຖືເປັນຈຸດປ່ຽນຄັ້ງໃຫຍ່ທີ່ຈະນຳທາງໃຫ້ພັກ LDP ຄອງຕຳແໜ່ງປະທານຄະນະກຳມາທິການທັງໝົດ, ຄວບຄຸມສຽງສ່ວນຫລາຍໃນຄະນະກຳມາທິການ ແລະ ສາມາດຍົກເລີກການຄັດຄ້ານຮ່າງກົດໝາຍຈາກສະພາສູງໄດ້; ພາຍຫລັງທີ່ພັກເຄີຍສູນເສຍສຽງສ່ວນຫລາຍຈາກການເລືອກຕັ້ງໃນໄລຍະແຕ່ປີ 2024–2025 ຈົນຕົກຢູ່ໃນສະຖານະພາບ ເປັນລັດຖະບານສຽງສ່ວນນ້ອຍ.






