ຍີ່ປຸ່ນຊ່ວຍ 424 ລ້ານເຢັນ ໂຄງການເສີມສ້າງການຈັດການຄຸນນະພາບນໍ້າ “ແມ່ນໍ້າຂອງຕອນລຸ່ມ”.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ລັດຖະບານຍີ່ປຸ່ນຕາງໜ້າໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ເຊັນສັນຍາເອກະສານແລກປ່ຽນຮ່ວມກັບ ທ່ານ ນາງ ບຸດສະດີ ສັນຕິພິທັກ, ຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ເມື່ອມໍ່ໆມານີ້ ກ່ຽວກັບ “ໂຄງການເສີມສ້າງການຈັດການຄຸນນະພາບນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ” (ມູນຄ່າການສະໜັບສະໜູນ 424 ລ້ານເຢັນ).

ໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ກວມເອົາ ຣາຊະອານາຈັກກໍາປູເຈຍ, ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ຕ່າງກໍ່ປະສົບຄວາມສໍາເລັດທາງເສດຖະກິດຢ່າງເຂັ້ມແຂງ. ແຕ່ເຖິງຢ່າງໃດກໍຕາມ ບັນດາປະເທດເຫຼົ່ານີ້ກໍາລັງພົບກັບຜົນກະທົບດ້ານລົບທີ່ເກີດມາຈາກການເສື່ອມໂຊມດ້ານຄຸນນະພາບຂອງນໍ້າ ທີ່ກ່ຽວພັນກັບການພັດທະນາບໍ່ແຮ່, ການພັດທະນາອຸດສາຫະກໍາທີ່ວ່ອງໄວ ແລະ ການປ່ອຍນໍ້າເສຍ.

ຄຸນນະພາບຂອງນໍ້າມີຄວາມເຊື່ອມໂຍງໂດຍກົງກັບສຸຂະພາບ ແລະ ການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະກໍແມ່ນນໍ້າດື່ມ, ການກະສິກໍາ, ການປະມົງ ແລະ ການທ່ອງທ່ຽວ. ດ້ວຍເຫດນັ້ນ, ການເສີມສ້າງມາດຕະການເພື່ອປັບປຸງຄູນນະພາບນໍ້າຜ່ານການຮ່ວມມືລະຫວ່າງບັນດາປະເທດແມ່ນໍ້າຂອງຕອນລຸ່ມຈຶ່ງກາຍເປັນສິ່ງທ້າທາຍອີກອັນໜຶ່ງ.

ໂຄງການດັ່ງກ່າວນີ້ມີເປົ້າໝາຍໃນການສະໜັບສະໜູນການພັດທະນາເສດຖະກິດແບບຍືນຍົງຂອງພາກພື້ນແມ່ນໍ້າຂອງໂດຍການເສີມສ້າງສັກກະຍະພາບໃນການສໍາຫຼວດ ແລະ ຈັດການຄຸນນະພາບນໍ້າໃນ 4 ປະເທດທີ່ກ່າວມາຂ້າງເທິງ ແລະ ສ້າງຮາກຖານສໍາລັບຄວາມຮ່ວມມືລະຫວ່າງປະເທດໂດຍຜ່ານການຈັດຫາອຸປະກອນສໍາຫຼັບການກວດສອບຄຸນນະພາບນໍ້າ ແລະ ການຫຼຸດມົນລະພິດໄປຈົນເຖິງການຊ່ວຍເຫຼືອດ້ານເຕັກນິກທີ່ກ່ຽວພັນກັບຄວາມອາດສາມາດໃນການຈັດການຄຸນນະພາບນໍ້າ.

ໂຄງການດັ່ງກ່າວນີ້ສະແດງໃຫ້ເຫັນເຖິງການຮ່ວມມືໃນດ້ານການຈັດການຊັບພະຍາກອນນໍ້າ ແລະ ຫຼຸດຄວາມສ່ຽງຈາກໄພພິບັດ ດັ່ງທີ່ໄດ້ລະບຸໄວ້ໃນ “ຍຸດທະສາດການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ 2024” ເພື່ອສະໜັບສະໜຸນຄວາມພະຍາຍາມໃນການຈັດການນໍ້າຂ້າມຊາຍແດນ.

ທ່ານທູດ ໂຄອິຊຶມິ ໄດ້ກ່າວສະແດງຄວາມຫວັງຈາກໃຈຈິງທີ່ຈະເຫັນໂຄງການນີ້ປະກອບສ່ວນຊ່ວຍສ້າງຄວາມສົມດູນລະຫວ່າງການອະນຸລັກສິ່ງແວດລ້ອມໄປພ້ອມໆກັບການພັດທະນາຢ່າງຍືນຍົງໃນອ່າງແມ່ນໍ້າຂອງຕອນລຸ່ມ ; ຂ່າວ : ສະຖານທູດຍີ່ປຸ່ນ ປະຈຳ ສ.ປ.ປ ລາວ

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ