ນັກເສດຖະສາດຈາກເພນ-ວໍຕັນ (Penn-Wharton Budget Model: PWBM) ປະເມີນວ່າ: ລາຍໄດ້ຈາກການເກັບພາສີກວ່າ 1.75 ແສນລ້ານໂດລາ ອາດຕ້ອງຄືນໃຫ້ຜູ້ຊໍາລະພາສີ ຫລັງສານສູງສຸດອາເມລິກາມີຄໍາຕັດສິນໃນວັນທີ 20 ກຸມພາ ໃຫ້ຍົກເລີກມາດຕະການພາສີສຸກເສີນວົງກວ້າງຂອງປະທານາທິບໍດີ ໂດນັລ ທຣໍາ.
ສານມີມະຕິ 6 ຕໍ່ 3 ສຽງ ເຫັນວ່າທ່ານ ທຣໍາ ໃຊ້ອໍານາດເກີນຂອບເຂດ ໂດຍນໍາເອົາກົດໝາຍ International Emergency Economic Powers Act (IEEPA) ເຊິ່ງເປັນກົດໝາຍວ່າດ້ວຍການຂວໍ້າບາດ ມາໃຊ້ກໍານົດພາສີນໍາເຂົ້າສິນຄ້າ ພ້ອມສົ່ງເລື່ອງກັບໄປຫາສານການຄ້າສາກົນເພື່ອກໍານົດຂັ້ນຕອນຕໍ່ໄປ. ຂະບວນການດັ່ງກ່າວຄາດວ່າຈະກະຕຸ້ນໃຫ້ບໍລິສັດຕ່າງໆເລັ່ງຍື່ນຄໍາຮ້ອງຂໍຄືນພາສີ.
ນັກເສດຖະສາດອາວຸໂສຂອງເພນ-ວໍຕັນ ລະບຸວ່າ: ການປະເມີນຕົວເລກດັ່ງກ່າວຈັດຂຶ້ນຈາກແບບຈໍາລອງຄາດຄະເນທີ່ຄິດໄລອັດຕາພາສີແຍກຕາມປະເພດສິນຄ້າ ແລະ ປະເທດ ຄວບຄຸມມາດຕະການພາສີສະເພາະທີ່ທ່ານ ທຣໍາ ກໍານົດ ລວມທັງພາສີທີ່ອອກພາຍໃຕ້ກົດໝາຍ IEEPA ໂດຍເພນ-ວໍຕັນເປັນສະຖາບັນວິໄຈດ້ານການເງິນທີ່ບໍ່ຝັກໄຝ່ຝ່າຍການເມືອງໃນມະຫາວິທະຍາໄລເພນຊິວເວເນຍ.
ທ່ານ ເຄນ ສເມດເຕີ ຜູ້ອໍານວຍການຂອງເພນ-ວໍຕັນ ລະບຸວ່າ: ເຖິງວ່າສານສູງສຸດບໍ່ໄດ້ກ່າວເຖິງຕົວເລກ 1.75 ແສນລ້ານໂດລາໂດຍກົງ, ແຕ່ຄໍາຕັດສິນດັ່ງກ່າວເປີດທາງໃຫ້ມີການຮຽກຮ້ອງຂໍຄືນເງິນໄດ້ຢ່າງຊັດເຈນ ແລະ ມີທ່າອ່ຽງວ່າບໍລິສັດສ່ວນຫລາຍຈະຍື່ນຂໍຄືນພາສີ ເຊິ່ງຈະເຮັດໃຫ້ກະຊວງການເງິນອາເມລິກາຕ້ອງເປັນຜູ້ຈ່າຍເງິນຄືນ.
ກ່ອນໜ້ານີ້, ທ່ານ ທຣໍາ ເຄີຍເນັ້ນເຖິງລາຍໄດ້ຈາກມາດຕະການພາສີຂອງທ່ານ ໂດຍສໍານັກງານງົບປະມານແຫ່ງລັດຖະສະພາ (CBO) ປະເມີນວ່າ: ພາສີທັງໝົດຈະສ້າງລາຍໄດ້ປະມານ 3 ແສນລ້ານໂດລາຕໍ່ປີໃນໄລຍະ 10 ປີຕໍ່ໜ້າ.
ທັງນີ້, ຖ້າມີການຄືນເງິນຈໍານວນ 1.75 ແສນລ້ານໂດລາແທ້ ຕົວເລກດັ່ງກ່າວຈະສູງກວ່າງົບປະມານລາຍຈ່າຍລວມກັນໃນປີງົບປະມານ 2026 ຂອງກະຊວງຄົມມະນາຄົມ ແລະ ກະຊວງຍຸຕິທໍາອາເມລິກາ.






