ລາວແອໄລນ໌ ເປີດເສັ້ນທາງບິນຕົງອີກຄັ້ງ ລະຫວ່າງ ວຽງຈັນ “Vientiane ” ໄປກັບ ດານັງ “Da Nang”

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ສາຍການບິນລາວ ຢືນຢັນໃນອາທິດນີ້ວ່າ ຈະກັບມາເປີດຖ້ຽວບິນທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນຂອງລາວ ກັບ ດານັງ, ເມືອງແຄມຝັ່ງທະເລໃນພາກກາງຂອງຫວຽດນາມ.

ໂດຍການປະກາດໃນໜ້າເຟສບຸກຂອງສາຍການບິນ ວ່າຈະເປີດໃຫ້ບໍລິການຄືນໃໝ່ໃນວັນທີ 29 ມີນາ 2026 , ໂດຍສະເໜີຖ້ຽວບິນໄປ-ກັບໃນທຸກໆວັນພະຫັດ ແລະ ວັນອາທິດ, ໂດຍຈະໃຊ້ເຮືອບິນ Comac 909 ໃນເສັ້ນທາງທີ່ມີ 90 ບ່ອນນັ່ງຊັ້ນປະຫຍັດແບບດຽວ. ເວລາບິນ : 1 ຊົ່ວໂມງ 20 ນາທີ.

QV317 ອອກຈາກວຽງຈັນ (VTE) ເວລາ 11 : 20 ແລະ ມາຮອດດານັງ (DAD) ເວລາ 12: 40.

QV318 ອອກຈາກດານັງ (DAD) ເວລາ 13:50 ແລະ ມາຮອດວຽງຈັນ (VTE) ເວລາ 15: 10.

ການຂາຍປີ້ເປີດຢູ່ທີ່ຫ້ອງການຂາຍປີ້ຂອງສາຍການບິນໃນລາວ, ຜ່ານຕົວແທນຂາຍປີ້ທີ່ໄດ້ຮັບການຮັບຮອງ, ແລະ ໃນເວັບໄຊທ໌ ແລະ ແອັບຂອງສາຍການບິນ. ໃນເວັບໄຊທ໌ຂອງຕົນ, ສາຍການບິນໄດ້ສະເໜີລາຄາຄ່າໂດຍສານໄປ-ກັບ 290 ໂດລາສະຫະລັດ ສຳລັບການຈອງໃນເດືອນເມສາ 2026.

ກ່ອນການລະບາດຂອງພະຍາດໂຄວິດ-19 ໃນປີ 2020, ສາຍການບິນ ເຄີຍເປີດເສັ້ນທາງບິນຕົງ ວຽງຈັນ “Vientiane ” ໄປກັບ ດານັງ “Da Nang” ນີ້ ໂດຍໃຊ້ເຮືອບິນ ATR-72 ; 70 ບ່ອນນັ່ງ, ໂດຍມີຈຸດຢຸດພັກຢູ່ປາກເຊ, ພາກໃຕ້ຂອງລາວ.

ສາຍການບິນໄດ້ພະຍາຍາມສືບຕໍ່ການບໍລິການໂດຍກົງລະຫວ່າງວຽງຈັນ ແລະ ດານັງໃນປີ 2023 ໂດຍໃຊ້ເຮືອບິນ Airbus A320, ແຕ່ໄດ້ຢຸດການບໍລິການຊົ່ວຄາວຍ້ອນການຕອບສະໜອງຂອງຕະຫຼາດທີ່ບໍ່ດີຫຼັງຈາກການລະບາດຂອງພະຍາດໂຄວິດ-19.

ຄັ້ງນີ້, ເປັນໂອກາດດີ ຂອງສາຍການບິນລາວ ຍ້ອນວ່າສາຍການບິນມີເຮືອບິນຂະໜາດທີ່ເໝາະສົມສຳລັບເສັ້ນທາງນີ້ ຢ່າງ C909, ມີ 90 ບ່ອນນັ່ງ, ເມື່ອທຽບກັບ ATR72 (70 ບ່ອນນັ່ງ) ແລະ A320 (148 ບ່ອນນັ່ງ) ທີ່ເຄີຍຖືກໃຊ້ໃນເສັ້ນທາງນີ້ໃນເມື່ອກ່ອນ ແລະ ຫຼັງການລະບາດຂອງພະຍາດໂຄວິດ-19.

ນອກນີ້ ນັກທ່ອງທ່ຽວສາກົນ, ຍັງນິຍົມມາທ່ຽວ ດານັງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຄາດວ່າ ດານັງ ຈະຕ້ອນຮັບນັກທ່ອງທ່ຽວ ໄດ້ 19 ລ້ານຄົນໃນປີນີ້. ນັກທ່ອງທ່ຽວຫຼາຍຄົນຈາກເກົາຫຼີໃຕ້ ແລະ ຈີນ ປະຈຸບັນໃຊ້ນະຄອນດານັງເປັນສູນກາງ ແລະ ຊອກຫາ “ການເດີນທາງໄລຍະສັ້ນ” ໄປຍັງສະຖານທີ່ຕ່າງໆເຊັ່ນ : ຫຼວງພະບາງ ຫຼື ວຽງຈັນ.

ສາຍການບິນລາວ ຫັນມາໃຫ້ບໍລິການ ລະຫວ່າງປະເທດ ແລະ ເພິ່ງພານັກທ່ອງທ່ຽວສາກົນເຫຼົ່ານີ້, ແທນທີ່ຈະໃຫ້ບໍລິການແຕ່ພາຍໃນປະເທດພຽງຢ່າງດຽວ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ