Sao Paulo – ປະທານາທິບໍດີບຣາຊິວ ທ່ານ Luiz Inácio Lula da Silva ໄດ້ຮຽກຮ້ອງໃຫ້ມີສັນຕິພາບໃນວັນສຸກ, ໂດຍກ່າວວ່າປະທານາທິບໍດີສະຫະລັດ ທ່ານ Donald Trump ກຳລັງ “ຂົ່ມຂູ່” ໂລກ.
“ໂລກກຳລັງຢູ່ໃນສະຖານະການທີ່ຫຍຸ້ງຍາກ. ທ່ານ Trump ກຳລັງຂົ່ມຂູ່ທຸກຄົນ,” ທ່ານ Lula ກ່າວໃນລະຫວ່າງການກ່າວຄຳປາໄສໃນພິທີເປີດວິທະຍາເຂດສະຖາບັນລັດຖະບານກາງໃນ Sorocaba, ລັດ São Paulo.
ໃນຄຳປາໄສຂອງທ່ານ, ທ່ານ Lula ໄດ້ຢໍ້າຄືນທ່າທີຂອງບຣາຊິວຕໍ່ຕ້ານການມີສ່ວນຮ່ວມໃນຂໍ້ຂັດແຍ່ງ , “ພວກເຮົາໃນບຣາຊິວບໍ່ຕ້ອງການສົງຄາມ, ພວກເຮົາຕ້ອງການສັນຕິພາບ” ,ທ່ານ Lula ກ່າວ, ໂດຍກ່າວຕື່ມວ່າລັດຖະບານຂອງທ່ານກຳລັງສຸມໃສ່ການປັບປຸງການເຂົ້າເຖິງການບໍລິການທາງສັງຄົມ, ເສດຖະກິດ ແລະ ວັດທະນະທຳ.






