ວັນທີ 29 ເມສາ 2026 ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການແກ້ ໄຂມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ທ່ານ ສຸຊາດ ຊົມກຣິ່ນ ລັດຖະມົນຕີ ກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ ແຫ່ງ ຣາຊະອານາຈັກໄທ, ມີພາກສ່ວນທີ່ກ່ຽວຂ້ອງທັງ ສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈທິດຊີ້ນໍາ ຂອງນາຍົກລັດຖະມົນຕີ 3 ປະເທດ (ລາວ, ມຽນມາ ແລະ ໄທ) ກ່ຽວກັບ ການຮ່ວມກັນແກ້ໄຂບັນຫາມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ. ພ້ອມນັ້ນ, ຍັງເປັນການທົບທວນຄືນ ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ທີ່ທັງສອງກະຊວງ ໄດ້ລົງນາມຮ່ວມກັນຜ່ານມາ ແລະ ຍັງຈະໄດ້ມີການປຶກສາຫາລືບັນຫາອື່ນໆ ທີ່ຕິດພັນ ກັບວຽກງານມົນລະພິດໝອກຄວັນ ແລະ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.
ກອງປະຊຸມຍັງໄດ້ປຶກສາ ຫາລື ແລະ ແລກປ່ຽນຮ່ວມກັນ ໃນແຕ່ລະຫົວຂໍ້ເປັນຕົ້ນ, ຫົວຂໍ້ທີ 1: ສະພາບມົນລະພິດໝອກຄວັນ (PM2.5) ໃນ ສປປ ລາວ ແລະ ມາດຕະການແກ້ໄຂ, ຫົວຂໍ້ທີ 2: ການເປັນເຈົ້າພາບກອງປະຊຸມ MSC-Mekong ຄັ້ງທີ 14 ແລະ TWG-Mekong ຄັ້ງທີ 20 ແລະ ຫົວຂໍ້ທີ 3: ການຈັດຕັ້ງຍຸດທະສາດຟ້າໃສ ໃນ ສປປ ລາວ.

ທ່ານ ລິນຄຳ ດວງສະຫວັນ ກ່າວວ່າ: ໂດຍປະຕິບັດຕາມຜົນຂອງກອງປະຊຸມ (ທາງໄກ) 3 ຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ສປປ ລາວ, ຣາຊະອານາຈັກໄທ ແລະ ມຽນມາ ທີ່ໄດ້ຕົກລົງຮ່ວມກັນ ໃນການແກ້ໄຂບັນຫາໝອກຄວັນ ໃນເດືອນເມສາ ປີ 2023 ກ່ຽວກັບຍຸດທະສາດຟ້າໃສ; ພາກສ່ວນ ກ່ຽວຂ້ອງ ຂອງ 3 ປະເທດ ໄດ້ຮ່ວມກັນ ຮ່າງແຜນດໍາເນີນງານ-ຍຸດທະສາດຟ້າໃສ ຮອດປີ 2030 (Joint Plan of Action – CLEAR Sky Strategy (2023-2030) ຊຶ່ງໄດ້ມີການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນວັນທີ 29 ຕຸລາ 2024 ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອາ ນາຈັກໄທ ໂດຍການເຂົ້າຮ່ວມຂອງ ທ່ານລັດຖະມົນຕີກະຊວງກ່ຽວຂ້ອງ ທັງ 3 ປະເທດ.
ຍຸດທະສາດ ຟ້າໃສ ມີ 5 ອົງປະກອບ ຄື : ລະບົບຄວບຄຸມ ແລະ ສະກັດກັ້ນໄຟໄໝ້ລາມປ່າ (Fires Control and Suppression System), ລະບົບຕິດຕາມ ແລະ ແບບຈໍາລອງການກະຈາຍຕົວ ມົນລະພິດທາງອາກາດ (Forecast and Monitoring System), ການຄຸ້ມຄອງກະສິກໍາແບບຍືນຍົງ (Sustainable Agricultural Management), ການນໍາໃຊ້ລະບຽບກົດໝາຍ ແລະ ການປະສານງານ (Enforcement and Coordination) ແລະ ການຈັດຕັ້ງປະຕິບັດ (Implementation).
ພາຍຫຼັງຍຸດທະສາດດັ່ງກ່າວ ໄດ້ຖືກຮັບຮອງແລ້ວ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂອງພວກເຮົາ ໄດ້ຈັດຕັ້ງປະຕິບັດ.
ສໍາລັບທິດທາງແຜນການໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດຟ້າໃສ ຮອດປີ 2030 ມີຄື:
– ສືບຕໍ່ຮ່ວມມືກັບ ຣາຊະອານາຈັກໄທ ແລະ ສາທາລະນະລັດ ສະຫະພາບມຽນມາ ຈັດຕັ້ງປະຕິບັດຍຸດທະສາດຟ້າໃສ ຮອດປີ 2030 ໃຫ້ມີປະສິດທິຜົນ ເພື່ອຫຼຸດຜ່ອນ ບັນຫາໝອກຄວັນຂ້າມ ຜ່ານຊາຍແດນ,
– ເພີ່ມທະວີຄວບຄຸມ ແລະ ສະກັດກັ້ນໄຟໄໝ້ລາມປ່າໂດຍສຸມໃສ່ຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 11/ນຍ ແລະ ນິຕິກໍາ,
– ສືບຕໍ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາແບບຍືນຍົງ ໂດຍຫຼຸດຜ່ອນການ ຈູດພື້ນທີ່ ເພື່ອກະກຽມການຜະລິດກະສິກໍາ ແລະ ຂະຫຍາຍພື້ນທີ່ຕົວແບບ ເພື່ອສົ່ງເສີມກະສິກໍາຍືນຍົງ ໃຫ້ຫຼາຍຂຶ້ນ,
– ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານສູນກາງ ແລະ ທ້ອງຖິ່ນໃນການຕິດຕາມວັດແທກ ຄຸນນະພາບອາກາດ ແລະ ການປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ຢ່າງມີປະສິດທິພາບ ແລະ ເປັນຮູບປະທຳ.






