ທະນາຄານພັດທະນາອາຊີ (ADB) ຫລຸດຕົວເລກຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງກຸ່ມປະເທດກໍາລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກ ລົງເຫລືອ 4.7% ໃນປີ 2026 ແລະ 4.8% ໃນປີ 2027 ເນື່ອງຈາກຄາດວ່າຕະຫລາດພະລັງງານຈະຍັງໄດ້ຮັບຜົນກະທົບຈາກສະພາບຢຸດສະງັກເນື່ອງຈາກຄວາມຂັດແຍ່ງຢູ່ຕາເວັນອອກກາງ.
ADB ເປີດເຜີຍລາຍງານທ່າອ່ຽງເສດຖະກິດສະບັບຫລ້າສຸດ ເຊິ່ງມີການເຜີຍແຜ່ໃນວັນທີ 29 ເມສາ ໂດຍຕົວເລກຄາດຄະເນເສດຖະກິດຫລ້າສຸດນີ້ຫລຸດລົງຈາກການຄາດຄະເນເກົ່າໃນລະດັບ 5.1% ໃນປີ 2026 ແລະ 2027 ເນື່ອງຈາກປັດຈຸບັນ ADB ຄາດຄະເນວ່າລາຄານໍ້າມັນສະເລ່ຍຈະຢູ່ປະມານ 96 ໂດລາຕໍ່ບາເຣລໃນປີ 2026 ແລະ 80 ໂດລາໃນປີ 2027 ເຊິ່ງສູງກວ່າລະດັບສະເລ່ຍກ່ອນເກີດຄວາມຂັດແຍ່ງ 69 ໂດລາ ເນື່ອງຈາກຄາດວ່າອຸປະທານນໍ້າມັນຈະຍັງຢູ່ໃນສະພາບຢຸດສະງັກຈາກຜົນກະທົບຂອງຄວາມຂັດແຍ່ງດັ່ງກ່າວ.
ສໍານັກຂ່າວກຽວໂດລາຍງານວ່າ: ADB ເຊິ່ງມີສໍານັກງານໃຫຍ່ຢູ່ນະຄອນຫລວງມະນິລາ ຍັງໄດ້ເພີ່ມຄາດຄະເນເງິນເຟີ້ຂອງກຸ່ມປະເທດກໍາລັງພັດທະນາໃນພາກພື້ນອາຊີ ແລະ ປາຊີຟິກ ສູ່ລະດັບ 5.2% ໃນປີ 2026 ແລະ 4.1% ໃນປີ 2027 ຈາກທີ່ເຄີຍຄາດຄະເນໄວ້ໃນວັນທີ 10 ເມສາ ໃນລະດັບ 3.6% ແລະ 3.4% ຕາມລໍາດັບ.
ນອກຈາກນີ້, ສົງຄາມລະຫວ່າງ ອາເມລິກາ-ອິດສະລາແອນກັບອີຣານ ຍັງສົ່ງຜົນກະທົບຕໍ່ການຂົນສົ່ງນໍ້າມັນ, ແກັສທໍາມະຊາດເຫລວ (LNG) ແລະ ສິນຄ້າອຸປະໂພກ-ບໍລິໂພກອື່ນໆຜ່ານຊ່ອງແຄບຮໍມຸດ , ໃນປີ 2025 ຜ່ານມາ, ພາກພື້ນອາຊີ ແລະ ປາຊີຟິກມີການເຕີບໃຫຍ່ທາງເສດຖະກິດຢູ່ລະດັບ 5.4% ແລະ ອັດຕາເງິນເຟີ້ຢູ່ລະດັບ 3.0%.
ADB ລະບຸວ່າ: ຖ້າສະຖານະການຄວາມຮຸນແຮງທາງທະຫານຢູ່ຕາເວັນອອກກາງເພີ່ມສູງຂຶ້ນ ລາຄານໍ້າມັນສະເລ່ຍໃນປີນີ້ອາດເພີ່ມຂຶ້ນສູ່ລະດັບປະມານ 150 ໂດລາຕໍ່ບາເຣນ ແລະ 140 ໂດລາໃນປີ 2027. ຂະນະທີ່ການເຕີບໃຫຍ່ທາງເສດຖະກິດອາດຊ້າລົງເຫລືອ 4.2% ໃນປີນີ້ ແລະ 4.0% ໃນປີ 2027.
ທັງນີ້, ຖ້າເກີດສະຖານະການເຖິງຂັ້ນຮຸນແຮງ ຄາດວ່າອັດຕາເງິນເຟີ້ຈະຢູ່ລະດັບ 7.4% ໃນປີ 2026 ແລະ 5.7% ໃນປີ 2027.






