ຄະນະຜູ້ແທນຂັ້ນສູງລາວ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 2-6 ມິຖຸນາ 2026.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໃນວັນທີ 2 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ, ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 2-6 ມິຖຸນາ 2026.

ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ສະຫາຍ ເສີນໂຈວ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະຝ່າຍຈີນ ແລະ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຊຽງໄຮ້ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະ ເທດ ແຫ່ງ ສປ ຈີນ ແລະ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວ ພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າ ເກົ່າ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ຈະພົບປະກັບບັນດາການນໍາຂັ້ນສູງຂອງ ສປ ຈີນ, ຢ້ຽມຢາມ ແລະ ພົບປະກັບການ ນໍາແຂວງເຈີ້ຈ່ຽງ ພ້ອມທັງຈະເຄື່ອນໄຫວທັດສະນະຢ້ຽມຢາມສະຖານທີ່ສໍາຄັນ ແລະ ພື້ນຖານການຜະລິດຈໍານວນໜຶ່ງ ຢູ່ ແຂວງເຈີ້ຈ່ຽງ ອີກດ້ວຍ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ