ຄະນະຜູ້ແທນແຫ່ງ ສປປ ລາວ ນຳໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອົງການຮ່ວມມືລະຫວ່າງທາງລົດໄຟ ຄັ້ງທີ 53 ເມື່ອບໍ່ດົນມານີ້, ທີ່ເມືອງດູຊານແບ ປະເທດ ທາຈິກິສຖານ.

ຜົນສຳເລັດສຳຄັນໃນການເຂົ້າຮ່ວມກອງປະຊຸມນີ້ແມ່ນລົງນາມໃນບົດບັນທຶກການຮ່ວມມືເພື່ອເຂົ້າຮ່ວມເປັນສະມາຊິກແລວທາງລົດໄຟ ໝາຍເລກທີ່ 2 ຂອງອົງການຮ່ວມມືລະຫວ່າງທາງລົດໄຟທີ່ເຊື່ອມຕໍ່ 6 ປະເທດຄື: ສປປ ລາວ, ສສ ຫວຽດນາມ, ສປ ຈີນ, ສ ກາຊັກສະຖານ, ສະຫະພັນ ຣັດເຊຍ ແລະ ສ ເອສໂຕນີ.
ຖືເປັນຂີດໝາຍແລະ ບາດກ້າວອັນສຳຄັນໃນວຽກງານການຂົນສົ່ງທາງລົດໄຟຂອງ ສປປ ລາວ, ທັງເປັນການເຊື່ອມຕໍ່ເສັ້ນທາງລົດໄຟ ຂອງ ສປປ ລາວ ເຂົ້າກັບແລວທາງການຂົນສົ່ງກັບພາກພື້ນ ແລະສາກົນ.






