ໄຕ້ຫວັນ ປິດໂຮງຮຽນ ແລະ ຢຸດການຊື້ຂາຍຫຸ້ນ ເພື່ອຮັບມືຜົນກະທົບຈາກພາຍຸ “ບາວີ”

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໄຕ້ຫວັນປະກາດຢຸດການຊື້ຂາຍໃນຕະຫລາດຫລັກຊັບວັນທີ 10 ກໍລະກົດ ແລະ ສັ່ງປິດໂຮງຮຽນ ເນື່ອງຈາກພາຍຸໄຕ້ຝຸ່ນບາຫວີ່ (Bavi) ເຄື່ອນທີ່ເຂົ້າໃກ້ເກາະໄຕ້ຫວັນ ໂດຍຄາດວ່າພາຍຸທີ່ມີຂະໜາດໃຫຍ່ຫົວນີ້ຈະເຮັດໃຫ້ເກີດຝົນຕົກໜັກເປັນບໍລິເວນກວ້າງໃນເວລາເຄື່ອນທີ່ສູ່ປະເທດຈີນ.

ສູນເຕືອນໄພໄຕ້ຝຸ່ນຮ່ວມຂອງອາເມລິກາ (US Joint Typhoon Warning Center) ລະບຸວ່າ: ເວລານີ້ພາຍຸບາຫວີ່ຢູ່ຫ່າງຈາກເກາະໂອກິນາວາຂອງຍີ່ປຸ່ນໄປທາງໃຕ້ປະມານ 713 ກິໂລແມັດ ແລະ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກສຽງເໜືອມຸ່ງໜ້າສູ່ທາງຕາເວັນອອກຂອງຈີນ ໂດຍພາຍຸຫົວນີ້ມີຄວາມໄວລົມສູງສຸດ 157 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງທຽບເທົ່າພາຍຸເຮີລິເຄນລະດັບ 2.

 

ທັງນີ້, ຄາດວ່າພາຍຸບາຫວີ່ຈະບໍ່ເຄື່ອນທີ່ຂ້າມຝັ່ງຂອງເກາະໄຕ້ຫວັນໂດຍກົງ, ແຕ່ອາດເຮັດໃຫ້ໄຕ້ຫວັນຜະເຊີນຝົນຕົກໜັກ ແລະ ເຮັດໃຫ້ເກີດນໍ້າຖ້ວມເປັນບໍລິເວນກວ້າງ.

ເຈົ້າໜ້າທີ່ຈາກສະໜາມບິນນາໆຊາດເຖົາຢວນ ເຊິ່ງເປັນສະໜາມບິນໃຫຍ່ທີ່ສຸດຂອງໄຕ້ຫວັນ ເປີດເຜີຍວ່າ: ສໍານັກງານຕ່າງໆໄດ້ປິດເຮັດວຽກໃນວັນທີ 10 ກໍລະກົດນີ້ ແລະ ສາຍການບິນຂອງໄຕ້ຫວັນ ເຊິ່ງລວມທັງ ເອວາ ແອຣ (Eva Air), ໄຊນ່າ ແອຣລາຍ (China Airlines) ແລະ ສຕາຣລັກ ແອຣລາຍ (Starlux Airlines) ໄດ້ປະກາດຍົກເລີກຖ້ຽວບິນຈົນຮອດວັນທີ 11 ກໍລະກົດ.

ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດຈີນ (CMA) ຄາດຄະເນວ່າ: ຫລັງຈາກເຄື່ອນຜ່ານທາງຕາເວັນອອກຂອງໄຕ້ຫວັນແລ້ວ ພາຍຸບາຫວີ່ຈະເຄື່ອນທີ່ຂ້າມຝັ່ງມົນທົນຝູຈ້ຽນໃນຄືນວັນທີ 11 ກໍລະກົດ ໂດຍມີຄວາມໄວລົມສູງສຸດ 173 ກິໂລແມັດຕໍ່ຊົ່ວໂມງ. ນອກຈາກນີ້ ຄາດວ່າພາຍຸໄຕ້ຝຸ່ນຫົວນີ້ ບວກກັບມໍລະສຸມຕາເວັນຕົກສຽງໃຕ້ທີ່ມີຄວາມຊຸ່ມສູງ ຈະເຮັດໃຫ້ເກີດຝົນຕົກໜັກເປັນສ່ວນຫລາຍຂອງຈີນ ເຊິ່ງຖືກກະທົບຢູ່ແລ້ວຈາກພາຍຸຫລາຍຫົວໃນໄລຍະຜ່ານມາ.

CMA ລະບຸວ່າ: ມົນທົນເຈີ້ຈຽງ ແລະ ມົນທົນຝູຈ້ຽນອາດມີປະລິມານນໍ້າຝົນສູງເຖິງ 600 ມິນລີແມັດໄປຈົນຮອດວັນທີ 12 ກໍລະກົດ. ຂະນະທີ່ບາງພື້ນທີ່ຢູ່ນະຄອນຫລວງປັກກິ່ງ ແລະ ມົນທົນເຫີເປຍອາດມີປະລິມານນໍ້າຝົນສູງເຖິງ 350 ມິນລີແມັດ ໃນໄລຍະເວລາດຽວກັນ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ