ປາແລັສຕິນ “State of Palestine ” ກຽມເລືອກຕັ້ງຄັ້ງທໍາອິດໃນຮອບ 20 ປີ.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ລັດປາແລັສຕິນ (State of Palestine) ຕັ້ງຢູ່ໃນຕາເວັນອອກກາງ ປະກອບດ້ວຍເຂດເວັສຕ໌ແບັງ (West Bank) ແລະເຂດກາຊາ (Gaza Strip) ເປັນປະເທດຜູ້ສັງເກດການຂອງອົງການສະຫະປະຊາຊາດ ທີ່ໄດ້ຮັບການຮັບຮອງຈາກ 144 ປະເທດທົ່ວໂລກ.

ປັດຈຸບັນກຳລັງຢູ່ໃນຂັ້ນຕອນການສ້າງສະຖຽນລະພາບ ພາຍຫຼັງຂໍ້ຕົກລົງຢຸດຍິງ ເຊິ່ງກຸ່ມຮາມັດ (Hamas) ປະກາດຖອນຕົວຈາກການບໍລິຫານເຂດກາຊາ ເພື່ອມອບອຳນາດໃຫ້ແກ່ອົງການປົກຄອງປາແລັສຕິນ (Palestinian Authority) ດຳເນີນການປົກຄອງແບບເຕັກໂຄຣແຄຣັດຊົ່ວຄາວ ຕາມແຜນສັນຕິພາບທີ່ສະຫະລັດອາເມລິກາເປັນຜູ້ໄກ່ເກ່ຍ.

ທ່ານ ມາຮ໌ມູດ ອັບບັດສ໌ (Mahmoud Abbas) ປະທານາທິບໍດີປາແລັສຕິນ ໄດ້ປະກາດໃຫ້ຈັດການເລືອກຕັ້ງສະມາຊິກສະພາໃນທົ່ວເຂດດິນແດນປາແລັສຕິນຂຶ້ນໃນວັນທີ 28 ພະຈິກ 2026 ເຊິ່ງຖືເປັນການເລືອກຕັ້ງລະດັບຊາດຄັ້ງທຳອິດໃນຮອບ 20 ປີ.

ຂະນະທີ່ສື່ມວນຊົນເຝົ້າຕິດຕາມເບິ່ງວ່າ : ການເລືອກຕັ້ງຄັ້ງນີ້ບໍ່ລວມການເລືອກຕັ້ງປະທານາທິບໍດີຂອງປະເທດ ແລະ ອາດຂັດຂວາງບໍ່ໃຫ້ກຸ່ມທາງການເມືອງອື່ນໆ ຄືກຸ່ມຮາມັດອອກຈາກການແຂ່ງຂັນ.

ວັນທີ 9 ກໍລະກົດຜ່ານມາ, ທ່ານ ມາມູດ ອັບບາສ ປະທານາທິບໍດີອົງການບໍລິຫານປາແລັສຕິນ ປະກາດວ່າ: ຈະມີການຈັດການເລືອກຕັ້ງສະມາຊິກສະພານິຕິບັນຍັດປາແລັສຕິນ (Palestinian Legislative Council: PLC) ໃນວັນທີ 28 ພະຈິກ ໂດຍອອກຄໍາສັ່ງກໍານົດການເລືອກຕັ້ງທົ່ວດິນແດນປາແລັສຕິນ ລວມທັງເຢຣູຊາແລັມ, ເວສແບງ ແລະ ເຂດກາຊາ, ພ້ອມຮຽກຮ້ອງໃຫ້ປະຊາຊົນອອກມາໃຊ້ສິດເລືອກຕັ້ງໂດຍກົງ.

ທັງນີ້, ປາແລັສຕິນຈັດການເລືອກຕັ້ງຄັ້ງຫຼ້າສຸດໃນປີ 2006 ຫລັງກຸ່ມຮາມັດໄດ້ຮັບໄຊຊະນະ ສົ່ງຜົນເຮັດໃຫ້ເກີດຄວາມແຕກແຍກທາງການເມືອງກັບພັກຟາຕາ (Fatah) ພັກການເມືອງຕົ້ນຕໍທີ່ນໍາໂດຍທ່ານ ອັບບາສ ກ່ອນຮາມັດຈະເຂົ້າຢຶດອໍານາດຢູ່ເຂດກາຊາໃນປີ 2007 ເຮັດໃຫ້ສະພາ PLC ບໍ່ໄດ້ປະຊຸມອີກ.

New York Times ຕັ້ງຂໍ້ສັງເກດວ່າ: ການປະກາດເລືອກຕັ້ງເປັນຄວາມພະຍາຍາມຂອງ PA ທີ່ຫວັງສະແດງໃຫ້ອາເມລິກາ, ປະເທດໃນເອີຣົບ ແລະ ໂລກອາຣັບເຫັນວ່າ ພ້ອມຈະປະຕິຮູບລະບົບການເມືອງ ຫລັງຜະເຊີນຂໍ້ກ່າວຫາເລື່ອງການສໍ້ລາດບັງຫລວງມາຫລາຍປີ. ຂະນະທີ່ PA ມີອໍານາດປົກຄອງຕົນເອງແບບຈໍາກັດໃນບາງພື້ນທີ່ຂອງເວສແບງທີ່ອິດສະລາແອນຢຶດຄອງ.

ເຖິງຢ່າງໃດກໍຕາມ, ນັກວິເຄາະ ແລະ ຊາວປາແລັສຕິນຈໍານວນຫລາຍຍັງຕັ້ງຂໍ້ສົງໄສວ່າ: ການເລືອກຕັ້ງຈະເກີດຂຶ້ນແທ້ ຫລື ບໍ່ ເນື່ອງຈາກທ່ານ ອັບບາສ ເຄີຍປະກາດຈັດການເລືອກຕັ້ງໃນປີ 2021 ກ່ອນຍົກເລີກໃນນາທີສຸດທ້າຍ ຫລັງອິດສະລາແອນບໍ່ຮັບປະກັນວ່າ: ຈະອະນຸຍາດໃຫ້ຊາວປາແລັສຕິນຢູ່ເຢຣູຊາແລັມຕາເວັນອອກລົງຄະແນນສຽງ ທ່າມກາງການປະເມີນວ່າ: ການເລືອກຕັ້ງອາດສັ່ນຄອນຖານອໍານາດທາງການເມືອງຂອງທ່ານ ອັບບາສ.

ນອກຈາກນີ້, ຄໍາສັ່ງສະບັບຫລ້າສຸດຍັງລະບຸວ່າ: ການເລືອກຕັ້ງຂອງປາແລັສຕິນຄັ້ງນີ້ເປັນການລົງຄະແນນສຽງສະມາຊິກສະພານິຕິບັນຍັດ, ແຕ່ບໍ່ໄດ້ກ່າວເຖິງປະທານາທິບໍດີ ເຊິ່ງຫລາຍຝ່າຍເບິ່ງວ່າເປັນບັນຫາສໍາຄັນ ເນື່ອງຈາກທ່ານ ອັບບາສ ດໍາລົງຕໍາແໜ່ງມາແຕ່ປີ 2005 ແລະ ປັດຈຸບັນມີອາຍຸ 90 ປີ ໂດຍກ່ອນໜ້ານີ້ ທ່ານຖືກວິຈານວ່າ: ຮວບອໍານາດ, ໃຊ້ອໍານາດໂດຍບໍ່ຖືກຕ້ອງ ແລະ ຜະເຊີນຂໍ້ກ່າວຫາເລື່ອງການສໍ້ລາດບັງຫລວງ. ຂະນະທີ່ມີການປົກຄອງປະເທດຜ່ານການອອກຄໍາສັ່ງຝ່າຍບໍລິຫານມາເປັນເວລາກວ່າ 15 ປີ.

ຂະນະດຽວກັນ, Al Jazeera ແລະ New York Times ຊີ້ວ່າ: ການເລືອກຕັ້ງຄັ້ງນີ້ອາດຜະເຊີນອຸປະສັກຫລາຍດ້ານ ໂດຍສະເພາະການຈັດການເລືອກຕັ້ງຢູ່ເຂດກາຊາ ເຊິ່ງໄດ້ຮັບຄວາມເສຍຫາຍຢ່າງໜັກຈາກສົງຄາມ. ຂະນະທີ່ປະຊາຊົນປະມານ 2.1 ລ້ານຄົນຕ້ອງພັດຖິ່ນ, ສ່ວນໂຄງສ້າງພື້ນຖານກວ່າ 90% ຖືກທໍາລາຍ ເຮັດໃຫ້ລະບົບປະຊາກອນບໍ່ສາມາດປັບປຸງຂໍ້ມູນໄດ້ຕາມປົກກະຕິ.

ນອກຈາກນີ້, ກົດໝາຍເລືອກຕັ້ງສະບັບໃໝ່ຍັງກໍານົດໃຫ້ຜູ້ສະໝັກຮັບເລືອກຕັ້ງຕ້ອງຍອມຮັບແນວທາງຂອງອົງການປົດປ່ອຍປາແລັສຕິນ (PLO) ທີ່ຮັບຮອງສິດການດໍາລົງຢູ່ຂອງອິດສະລາແອນ ເຮັດໃຫ້ມີການປະເມີນວ່າ: ກົດໝາຍດັ່ງກ່າວອາດກີດກັນກຸ່ມຮາມັດ ແລະ ກຸ່ມ Palestinian Islamic Jihad (PIJ) ອອກຈາກການແຂ່ງຂັນທາງການເມືອງ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ